ເກີບທີ່ເໝາະສົມ

ເຕືອນໄພ ນັກຂັບຂີ່ໃສ່ເກີບຜິດອັນຕະລາຍເຖິງຊີວິດ




ບັນດານັກຂັບຂີ່ທັງຫຼາຍມື້ນີ້ແອັດມິນໂປ່ງມີບົດຄວາມດີໆມາຝາກ ໃຫ້ທ່ານຮູ້ວ່າເກີບແບບໃດທີ່ຄວນ ຫຼື ບໍ່ຄວນໃສ່ຂັບລົດ ເພາະຖ້າເຮັດຜິດທ່າຜິດທີ່ອາດອັນຕະລາຍເຖິງຊີວິດໄດ້ ຜູ້ບໍ່ທັນຮູ້ກໍ່ຄວນປ່ຽນ ແລະຜູ້ບໍ່ທັນມີລົດກໍ່ຮຽນຮູ້ໄວ້ ເພື່ອບໍ່ໃຫ້ເກີດພິດໄພຕາມມາອັນເນື່ອງຈາກເກີບຄູ່ດຽວ.



ໃຫ້ເຂົ້າໃຈວ່າເວລາລົດຢູ່ເທິງຖະໜົນ ຕີນຖືເປັນອະໄວຍະວະທີ່ສຳຄັນສຸດ ເພື່ອຄວບຄຸມຄວາມໄວ ແລະເບກ ດັ່ງນັ້ນເກີບທີ່ເໝາະສົມກັບຕີນ ຈິ່ງມີສ່ວນກ່ຽວຂ້ອງໂດຍກົງກັບການຢຽບຄັນເລ່ງ ແລະເບກ. ຈາກການສຶກສາແລ້ວພົບວ່າ 90% ຂອງອຸປະຕິເຫດທາງທ້ອງຖະໜົນແມ່ນເກີດຈາກເກີບບໍ່ສາມາດຄວບຄຸມເບກໄດ້ ດັ່ງນັ້ນນັກຂັບຂີ່ທັງຫຼາຍຈິ່ງຄວນຮູ້ວ່າຈະໃສ່ເກີບແບບໃດ ຫຼື ແບບໃດຫ້າມໃສ່ໃນເວລາຂັບລົດ.


ເກີບແຕ່ລະຊະນິດມີຄວາມອັນຕະລາຍທີ່ແຕກຕ່າງກັນເວລາຂັບລົດເຊັ່ນ:
- ເກີບອີແຕະ: ຈະບໍ່ຢູ່ຕິດກັບຕິນ ສາມາດຈະຫຼຸດອອກໄດ້ງ່າຍ ໃນກໍລະນີສຸກເສີນຄວບຄຸມໄດ້ຍາກ
- ເກີບສົ້ນເຂັມ: ອາດຈະເຮັດໃຫ້ຢຽບເບກ ຫຼື ຄັນເລ່ງບໍ່ລົງ ຫຼື ເອົາຕິນຂຶ້ນບໍ່ໄດ້ ຈິ່ງບໍ່ເໝາະສົມສຳລັບການນຳໃຊ້ຂັບຂີ່ລົດ

- ເກີບສົ້ນເຕົາລີດ: ບໍ່ເໝາະສຳລັບໃສ່ຂັບລົດເຊັ່ນກັນເນື່ອງຈາກສົ້ນມັນໜາເກີນໄປ ເຮັດໃຫ້ຄົນຂັບຢຽບເບກບໍ່ຖະໜັດ ຫຼື ຢຽບບໍ່ຖືກ.



- ເກີບອີແຕະຫຸ້ມຫົວ: ສ່ວນປາຍເກີບກວ້າງເກີນໄປ ເວລາຢຽບເບກ ຫຼື ຄັນເລ່ງເກີບອາດເຂົ້າໄປຕິດ ເຮັດໃຫ້ເກີດອຸປະຕິເຫດໄດ້.

-ການໃສ່ຕີນເປົ່າ: ຍິ່ງບໍ່ສົມຄວນເປັນຢ່າງຍິ່ງ ເພາະວ່າຜີວເຮົາບາງເກີນໄປທີ່ຈະໃຊ້ຢຽບເຫຼັກແຂງໆໄດ້ ຄວາມອັນຕະລາຍຍິ່ງທະວີຄູນ



ມາຮອດນີ້ຫຼາຍຄົນຄົງມີຄຳຖາມຕົກລົງແລ້ວໃສ່ແບບໃດອັນໃດກໍ່ບໍ່ໄດ້ ຕີນເປົ່າເຮ່ງບໍ່ໄດ້ ຈາກຜົນການວິໄຈແລ້ວພົບວ່າ ເກີບທີ່ເໝາະສົມທີ່ສຸດສຳລັບການໃສ່ຂັບຂີ່ລົດກໍ່ຄື ເກີບທີ່ມີພື້ນໜາບໍ່ເຖິງ 2 ຊັງຕີແມັດເຊັ່ນ: ເກີບຜ້າໃບ, ເກີບກີລາ ເວລາປ່ຽນໄປມາລະຫວ່າງຢຽບຄັນເລ່ງ ຫຼື ເບກສາມາດເຮັດໄດ້ຢ່າງລາບລື່ນ ແລະໄວ


ເກີບພິສ(Peas): ເກີບຊະນິດນີ້ແມ່ນຜົນງານຂອງນັກອອກແບບຊາວອີຕາລີ ອອກແບບມາເພື່ອສວມໃສ່ຂັບລົດໂດຍຫຼັກ ຈິ່ງມີລັກສະນະແໜ້ນໜາ, ຊາ, ນ້ຳໜັກເບົາ ເພື່ອເວລາຢຽບເບກ ຫຼື ຄັນເລ່ງບໍ່ໃຫ້ມື່ນ ແລະສະດວກຈັບພື້ນຜີວງ່າຍ ເຫຼົ່ານັກຂັບຂີ່ຈິ່ງຄວນມີໄວ້.



ເກີບພື້ນຕ່ຳ: ເກີບຜ້າໃບ ຫຼື ເກີບພິສ ບາງຄັ້ງເບິ່ງຄືບໍ່ຄ່ອຍສຸພາບ ສະນັ້ນອາດສ້າງຄວາມລຳບາກໃຈສຳລັບຫຼາຍຄົນ ສະນັ້ນເອົາແບບພື້ນຕ່ຳໆແຕ່ສຸພາບທັນສະໄໝ ຫຼື ບໍ່ດັ່ງນັ້ນຄວນມີເກີບທີ່ແນະນຳນີ້ໄວ້ໃນລົດ ເພື່ອໃສ່ຂັບລົດ, ສ່ວນເກີບຈະໃສ່ອອກຈາກລົດເອົາແບບໃດກໍ່ຕາມແຕ່ ຂໍພຽງໃຫ້ມີຄວາມປອດໄພຕອນຂັບຂີ່ກໍ່ພຽງພໍແລ້ວ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.