ຈາກກໍລະນີທີ່ມີຂ່າວຊາຍຄົນຫນຶ່ງເສຍຊີວິດໃນຂະນະທີ່ກຳລົງຫລິ້ນກິລາບານເຕະ ທີ່ສະຫນາມເຕະບານແຫ່ງຫນຶ່ງ ຂອງແຂວງຈຳປາສັກ ໃນວັນທີ20 ມີນາ 2018 ທີ່ຜ່ານມາ ຊຶ່ງເປັນຂ່າວໂດ່ງດັງໄປທົ່ວໂລກໂຊຊຽວລ໌
ດັ່ງນັ້ນຈິ່ງຂໍອະນຸຍາດນໍຳເອົາບົດຄວາມດີດີຈາກເຟຈ Lao Health Station “ສະຖານີສຸຂະພາບຂອງຄົນລາວ” ມານຳສະເໜີິ ເພື່ອເປັນຂໍ້ຄິດ ແລະບົດຮຽນທີ່ດີໃຫ້ແກ່ນັກກີລາ ແລະຜູ້ມີສ່ວນກ່ຽວຂ້ອງຕ່າງໆ
ທີ່ຜ່ານມາມີນັກກິລາທີ່ມີຊື່ສຽງລະດັບໂລກຫລາຍຄົນເສຍຊີວິດຈາກກໍລະນີດັ່ງກ່າວເຊັ່ນ:
- ມາຣ໌ກ ວິວຽນ ໂຟເອ້ (Marc Vivien Foe) ອະດີດນັກກິລາບານເຕະ ທີມຊາດແຄມເມີຣູນ ທີ່ລົ້ມຫມົດສະຕິ ແລະເສຍຊີວິດກາງສະຫນາມ ດ້ວຍອາຍຸ 28ປີ ໃນການແຂ່ງຂັນຄອນເຟດເດີເຣເຊິນ ຄັປ (Confederation Cup) ຮອບຮອງຊະນະເລີດ ທີ່ພົບກັບທີມຊາດໂຄລຳເບຍ ໃນວັນທີ 26 ມິຖຸນາ 2003 (ທີ່ມາ : www.bbc.com/sport/football/23052120)
- ອາເລັກຊານເດີ ດາເລ ເອິນ (Alexander Dale Oen) ອະດີດນັກລອຍນ້ຳ ທີມຊາດນໍຣ໌ເວ ແຊມປ໌ໂລກທ່າກົບ 100ແມັດ ປີ2011 ແລະເຈົ້າຂອງຫລຽນເງິນ ທ່າກົບ 100ແມັດ ໃນງານມະຫະກໍາກິລາໂອລິມປິກ 2008 ທີ່ປະເທດຈີນ ໄດ້ເສຍຊີວິດລົງດ້ວຍອາຍຸພຽງ 26ປີ ດ້ວຍໂຣກຫົວໃຈວາຍ ໃນໄລຍະເຂົ້າແຄມປ໌ຝຶກຊ້ອມ ທີ່ລັດອະຣິໂຊນາ ປະເທດອາເມຣິກາ ເມື່ອວັນທີ 30 ເມສາ 2012 (ທີ່ມາ : www.sanook.com/sport/41084/)
- ຈຸງ ແຈ ຊຸງ (Jung Jae-sung) ອະດີດນັກກີລາດອກປີກໄກ່ ປະເພດຊາຍຄູ່ ທີມຊາດເກົາຫລີໃຕ້ ອະດີດເຈົ້າຂອງຫລຽນທອງ(ແດງ) ມະຫະກຳກິລາໂອລິມປິກທີ່ ລອນດອນ ປະເທດອັງກິດ 2012 ໄດ້ເສຍຊີວິດຈາກອາການຫົວໃຈວາຍກະທັນຫັນ ທີ່ເຮືອນພັກຂອງຕົວເອງ ເມືອງຊູວອນ ດ້ວຍອາຍຸພຽງ 35ປີ ໃນວັນທີ 9 ມີນາ 2018 ທີ່ຜ່ານມາ (ທີ່ມາ: http://www.siamsport.co.th/badminton/other/view/57946)
- ດາວິເດ້ ອັສຕໍຣີ (Davide Astori) ກອງກາງ ຫົວຫນ້າທີມ ຟິອໍເຣນຕິນາ ອະດີດທີມຊາດອີຕາລີ ໃນຫລີກກັລໂຊຊີຣີ ເອ ເສຍຊີວິດດ້ວຍອາຍຸພຽງ 31 ປີ ໃນຂະນະທີ່ພັກຢູ່ໂຮງແຮມ ລາ ດິ ໂມເຣດ ໃນເມືອງອູດິເນ ເພື່ອກຽມລົງສະຫນາມແຂ່ງຂັນທີ່ມີຄິວພົບກັບທີມ ອູດິເນເຊ ໃນວັນທີ 4 ມີນາ 2018 ທີ່ຜ່ານມາ ຊຶ່ງເບື້ອງຕົ້ນໄດ້ສັນນິຖານວ່ານັກເຕະຄົນນີ້ເສຍຊີວິດຍ້ອນອາການຫົວໃຈຢຸດເຕັ້ນກະທັນຫັນ (ທີ່ມາ : http://news.ch7.com/detail/274874)
- ແຕ່ໃນກໍລະນີຂອງ ຟາບຣິຊ ມູອຳບາ (Fabrice Ndala Muamba) ນັກກິລາບານເຕະເຊື້ອສາຍຄອງໂກ ກອງກາງສະໂມສອນໂບລ໌ຕັນ ໃນພຣີເມຍຫລີກອັງກິດ ສາມາດລອດຊີວິດແບບປະຕິຫານຈາກອາການຫົວໃຈລົ້ມເຫລວ ລະຫວ່າງລົງແຂ່ງຂັນ ເອຟເອ ຄັປ ພົບກັບ ທີມສະເປີຣ໌ ເມື່ອປີ 2012 ຊຶ່ງຜູ້ກ່ຽວຫົວໃຈຢຸດເຕັ້ນໄປຫລາຍສິບນາທີ ແຕ່ສາມາດຟື້ນຈາກຫມົດສະຕິແລະຂາດຄວາມຊົງຈຳ ແລ້ວກັບມາໃຊ້ຊີວິດແບບປົກກະຕິ ແຕ່ກໍຕ້ອງຈົບອາຊີບກິລາບານເຕະໄປຕາມຄຳແນະນຳຂອງແພດ (ທີ່ມາ : www.prachachat.net/news_detail.php?newsid=1375338391)
ຈາກການເສຍຊີວິດ ແລະ ເກືອບເສຍຊີວິດຂອງບັນດານັກກິລາເຫລົ່ານັ້ນໄດ້ເປັນຂໍ້ຖົກຖຽງກັນໃນຫລາຍວົງການ ໂດຍສະເພາະວົງການກິລາແລະການແພດ ລວມໄປເຖິງປະຊາຊົນທົ່ວໄປທີ່ໄດ້ເສບຂ່າວເຫລົ່ານັ້ນເກີດມີຄວາມຢ້ານໃນການທີ່ຈະຫລິ້ນກິລາ ເພາະຢ້ານວ່າຈະເກີດເຫດການນັ້ນກັບຕົວເອງ ນອກຈາກຕົວເອງຈະບໍ່ກ້າຫລິ້ນກິລາແລ້ວຍັງໄດ້ເຕືອນແລະຫ້າມຄົນໃກ້ຕົວຂອງຕົນເອງເຊັ່ນ ຫມູ່ເພື່ອນ ແຟນ ຜົວ ເມຍ ລວມເຖິງຄົນໃນຄອບຄົວ ບໍ່ໃຫ້ອອກກຳລັງກາຍຫລືຫລິ້ນກິລານຳອີກ
ດ້ວຍຄວາມເຂົ້າໃຈໃນດ້ານລົບຈາກການຫລິ້ນກິລາ ຈຶ່ງເຮັດໃຫ້ຈຳນວນປະຊາກອນທົ່ວໂລກລວມເຖິງປະເທດລາວ ທີ່ຄຶດຢາກຈະເບິ່ງແຍງສຸຂະພາບຕົວເອງດ້ວຍການຫລິ້ນກິລາມີທ່າອ່ຽງທີ່ຈະຫລຸດນ້ອຍຖອຍລົງຕາມລຳດັບໃນແຕ່ລະວັນ
ມື້ນີ້ແອດມິນຈຶ່ງຢາກຈະນຳສະເຫນີປະເດັນທີ່ມີຫົວຂໍ້ວ່າ “ພະຍາດຫົວໃຈ ໄພງຽບທີ່ອັນຕະລາຍຂອງນັກກິລາ”
ກ່ອນອື່ນກໍຕ້ອງທຳຄວາມເຂົ້າໃຈກ່ຽວກັບຄຳວ່າກິດຈະກຳທາງກາຍ, ການອອກກໍາລັງກາຍ ແລະການຫລິ້ນກິລາ ກ່ອນວ່າມັນຫມາຍເຖິງຫຍັງ ຊຶ່ງທັງ 3 ຄຳນັ້ນປະຊາຊົນທົ່ວໄປທີ່ບໍ່ໄດ້ຢູ່ໃນວົງການກິລາ ຫລື ຄົນທີ່ຢູ່ໃນວົງການກິລາບາງຄົນກໍຍັງແຍກບໍ່ອອກວ່າມັນເປັນແນວໃດ ແອດມີນຈຶ່ງຈະອະທິບາຍແບບຫຍໍ້ໆໃຫ້ເຂົ້າໃຈຄື
1. ກິດຈະກຳທາງກາຍ (Physical Activity) ຫມາຍເຖິງ ການໃຊ້ກ້າມຊີ້ນຂອງຮ່າງກາຍໃນການເຄື່ອນໄຫວແລະເຮັດກິດຈະກຳຕ່າງໆ (ເຄື່ອນໄຫວເບົາ ໆ)
2. ການອອກກຳລັງກາຍ (Exercise) ຫມາຍເຖິງ ການເຄື່ອນໄຫວຂອງຮ່າງກາຍຢ່າງເປັນລະບົບ ແລະມີການຝຶກຢ່າງຕໍ່ເນື່ອງ (ມີຫນັກ ມີເບົາ ສະຫລັບກັນໄດ້)
3. ການຫລິ້ນກິລາ (Sport) ຫມາຍເຖິງ ການມີກົດກະຕິກາ ແລະ ຂໍ້ຕົກລົງເພື່ອທຳການແຂ່ງຂັນ ຫລື ເຄື່ອນໄຫວຢ່າງມີຂອບເຂດ ແລະ ກົດເກນ (ມີຫນັກ ມີເບົາ ແລ້ວແຕ່ປະເພດກິລາ)
ບາດນີ້ຈະເວົ້າເຖິງການເສຍຊີວິດຂອງນັກກິລາທີ່ໄດ້ກ່າວມາຂ້າງເທິງນັ້ນ ຊຶ່ງສ່ວນຫລາຍແລ້ວເກີດຈາກອາການ ຫົວໃຈວາຍ ຫລື ພາວະຫົວໃຈຕາຍກະທັນຫັນ (Heart Attack) ທີ່ເປັນສາເຫດທີ່ເຮັດໃຫ້ປະຊາກອນລວມໄປເຖິງນັກກິລາທົ່ວໂລກເສຍຊີວິດ ຊຶ່ງເກືອບເທົ່າກັບການເສຍຊີວິດດ້ວຍພະຍາດມະເຮັງ ແລະການເກີດອຸບັດຕິເຫດ ເຖິງວ່າອັດຕາສ່ຽງຈະສູງກໍຕາມ ແຕ່ບໍ່ໄດ້ຫມາຍຄວາມວ່າຜູ້ທີ່ເປັນພະຍາດຫົວໃຈຈະເສຍຊີວິດສະເຫມີໄປ ສິ່ງທີ່ຈະຊີ້ເປັນຊີ້ຕາຍກໍຄືເມື່ອເກີດອາການແລ້ວຄົນເຈັບຈະເຖິງມືແພດຫມໍໄດ້ໄວຊ່ຳໃດ (ຜູ້ຈັດການອອນໄລນ໌, 2017)
ນາຍແພດ ທັນນົບ ໂຊຕິວະນາວັນ ແພດປິ່ນປົວພະຍາດຫົວໃຈ ໄດ້ສະຫລຸບກ່ຽວກັບ “ການເສຍຊີວິດກ່ຽວກັບການອອກກຳລັງກາຍ ແລະເນັ້ນທີ່ເລື່ອງຂອງຫົວໃຈ” ຄື
ສະຖິຕິການເສຍຊີວິດກ່ຽວກັບພະຍາດຫົວໃຈ ຂອງນັກກິລາທົ່ວໂລກມີເຖິງ 1:100.000-200.000 ຫລື ໃນນັກກິລາ 100.000-200.000 ຄົນ ຈະມີຜູ້ເສຍຊີວິດຈາກພະຍາດຫົວໃຈ 1 ຄົນ (ຕົວເລກນີ້ມີການປ່ຽນແປງຕາມແຕ່ລະປີແລະຕາມແຕ່ລະຂໍ້ມູນທີ່ໄດ້ເກັບສະຖິຕິມາ)
1. ສາເຫດ
- ໃນກຸ່ມອາຍຸ ຫລາຍກວ່າ 35ປີ ພົບວ່າ 80% ເປັນພະຍາດໂຣກຫລອດເລືອດຫົວໃຈຕີບຕັນ ຊຶ່ງເປັນຜູ້ທີ່ມີພະຍາດຫລອດເລືອດຫົວໃຈຢູ່ແລ້ວ ແຕ່ບໍ່ເຄີຍຮູ້ມາກ່ອນ ສ່ວນສາເຫດອື່ນກໍຄືກັບຄົນກຸ່ມອາຍຸນ້ອຍ 35ປີ ດັ່ງຂໍ້ຕໍ່ໄປ
- ໃນກຸ່ມອາຍຸ ນ້ອຍກວ່າ 35ປີ ມີຄວາມຜິດປົກກະຕິຂອງກ້າມຊີ້ນຫົວໃຈແບ່ງອອກເປັນ 3 ກຸ່ມຫລັກເຊັ່ນ ກ້າມຊີ້ນຫົວໃຈຫນາ, ກລຸ່ມທີ່ມີຫລອດເລືອດຫົວໃຈຜິດປົກກະຕິເຊັ່ນ ອອກຜິດຕຳແຫນ່ງ ແລະກຸ່ມຫົວໃຈເຕັ້ນຜິດຈັງຫວະ
2. ສ່ວນກົນໄກ ທີ່ຄົນສ່ວນຫລາຍເຊື່ອວ່າການອອກກຳລັງກາຍມີຜົນທີ່ເຮັດໃຫ້ຜູ້ປ່ວຍທີ່ມີພະຍາດຫລອດເລືອດຫົວໃຈຕີບຕັນຢູ່ແລ້ວ ເສຍຊີວິດນັ້ນ ມີດັ່ງນີ້
- ເມື່ອອອກກຳລັງກາຍ ຫລື ຫລິ້ນກິລາ ຫົວໃຈຕ້ອງການເລືອດໄປລ້ຽງຫລາຍຂຶ້ນ ແຕ່ຫລອດເລືອດທີ່ມີການຕີບຕັນຢູ່ແລ້ວ ບໍ່ສາມາດສົ່ງເລືອດໄປລ້ຽງພຽງພໍ ຈຶ່ງເກີດການຂາດເລືອດ ກ້າມຊີ້ນຫົວໃຈຕາຍ ຫລືຫົວໃຈເຕັ້ນຜິດຈັງຫວະ
- ຄວາມດັນທີ່ສູງຂຶ້ນໃນຂະນະທີ່ອອກກຳລັງກາຍ ຫລື ຫລິ້ນກິລາ ສົ່ງຜົນໃຫ້ຄາບໄຂມັນທີ່ເກາະຢູ່ຕາມຜະຫນັງຫລອດເລືອດມີການຍະອອກ (ແຕກ) ແລ້ວເກີດລີ່ມເລືອດມາຕັນຫລອດເລືອດຫົວໃຈທີ່ຕຳແຫນ່ງນັ້ນແບບກະທັນຫັນ
(ລິ່ມເລືອດ Thrombus ຫລື Clot blood ແມ່ນເລືອດທີ່ແຂງຕົວເປັນກ້ອນຄ້າຍວຸ້ນ)
- ເກີດຫລອດເລືອດຫົວໃຈຫົດຈັງ(ເກັງ)ໃນຕຳແຫນ່ງທີ່ມີຮອຍຕີບເກົ່າ ເຮັດໃຫ້ເລືອດໄຫລຜ່ານໄປບໍ່ໄດ້ ຫລື ໄປບໍ່ພຽງພໍ
- ສຸດທ້າຍ ຜູ້ເສຍຊີວິດ ມັກຖືກລົງຄວາມເຫັນວ່າເສຍຊີວິດຈາກພາວະຫົວໃຈລົ້ມເຫລວ ຊຶ່ງຄວາມຈິງແລ້ວ ຫົວໃຈລົ້ມເຫລວເປັນຜົນຈາກການເກີດພາວະບາງຢ່າງ ທີ່ສົ່ງຜົນໃຫ້ຫົວໃຈເຮັດວຽກບໍ່ໄດ້ ເຊັ່ນ ຫລອດເລືອດຫົວໃຈຕັນສົ່ງຜົນໃຫ້ກ້າມຊີ້ນຫົວໃຈຕາຍ ແລ້ວຫົວໃຈເຮັດວຽກບໍ່ໄດ້ ຫລື ຫົວໃຈເຕັ້ນຜິດຈັງຫວະຊະນິດຮຸນແຮງຈົນບີບເລືອດບໍ່ໄດ້
ນອກຈາກນັ້ນ ທອມ ຣິດດິງຕັນ ຜູ້ຊ່ຽວຊານເລື່ອງຫົວໃຈ ຈາກໂຮງຫມໍຊື່ດັງໃນ ນິວຢອກ ປະເທດອາເມຣິກາ ໃຫ້ຄວາມເຫັນເຖິງອາການທີ່ເຮັດໃຫ້ນັກກິລາໄວຫນຸ່ມທີ່ຮ່າງກາຍແຂງແຮງ ເສຍຊີວິດຢ່າງກະທັນຫັນຄື ອາການທີ່ເອີ້ນວ່າ Hypertrophic Obstructive Cardiomyopathy (HOCM) ເປັນກຸ່ມອາການຜິດປົກກະຕິຂອງຫົວໃຈທີ່ມາຈາກການພັດທະນາຝຶກຝົນຮ່າງກາຍຂອງນັກກິລາ ໂດຍທົ່ວໄປແລ້ວເປັນສິ່ງທີ່ດີ ແຕ່ຜູ້ທີ່ເປັນພະຍາດ HOCM ນັ້ນມີຄວາມຜິດປົກກະຕິຂອງເຊລເຮັດໃຫ້ຜະຫນັງຫົວໃຈທີ່ຮ່າງກາຍສ້າງໃຫມ່ນັ້ນຫນາເກີນກວ່າທີ່ຄວນຈະເປັນ ຍິ່ງຝຶກຮ່າງກາຍຫລາຍຂຶ້ນຍິ່ງເຮັດໃຫ້ອາການຮຸນແຮງຂຶ້ນ ອາດຈະສົ່ງຜົນເຮັດໃຫ້ຜະຫນັງຫົວໃຈຫນາ ແລະ ແຂງເກີນໄປຈົນຢຸດການໄຫລວຽນຂອງເລືອດ ຊຶ່ງເປັນທີ່ມາຂອງພາວະສ່ຽງຄື ຜູ້ທີ່ມີອາການຜິດປົກກະຕິມັກບໍ່ມີອາການສະແດງໃຫ້ເຫັນ ຫລື ຖ້າໂຊກດີກໍອາດຈະມີສັນຍານເຕືອນເຊັ່ນ ຫາຍໃຈຕິດຂັດ ປວດຫນ້າເອິກ ແຕ່ສ່ວນຫລາຍແລ້ວມັກບໍ່ສະແດງອາການໃຫ້ເຫັນ
3. ອາການເຕືອນ
- ເຈັບຫນ້າເອິກ ເວລາອອກກຳລັງກາຍ ຫລື ຫລິ້ນກິລາ
- ເປັນລົມ ຫມົດສະຕິ ເວລາອອກກຳລັງກາຍ ຫລື ຫລິ້ນກິລາ ຫລື ຫລັງຈາກ ອອກກຳລັງກາຍ ຫລື ຫລິ້ນກິລາແລ້ວ (ສຳຄັນຫລາຍ)
- ເມື່ອຍງ່າຍກວ່າທີ່ຄວນຈະເປັນສຳລັບການອອກກຳລັງກາຍລະດັບນັ້ນໆ
- ໃຈສັ່ນຜິດປົກກະຕິ
ຖ້າມີອາການເຫລົ່ານີ້ໃຫ້ຢຸດອອກກຳລັງກາຍ ຫລື ຫລິ້ນກິລາ ແລ້ວມາພົບແພດຫມໍ
4. ຄຳແນະນຳ
- ໃນຜູ້ທີ່ມີສຸຂະພາບແຂງແຮງດີ ບໍ່ມີພະຍາດປະຈໍາຕົວ ແລະສາມາດອອກກໍາລັງ ຫລືຫລິ້ນກິລາໄດ້ໂດຍບໍ່ມີອາການຜິດປົກກະຕິ ກຸ່ມນີ້ສາມາດອອກກຳລັງກາຍຫລືຫລິ້ນກິລາໄດ້ເຕັມທີ່ໂດຍສັງເກດອາການທີ່ຄວນລະວັງດັ່ງທີ່ໄດ້ກ່າວໄວ້ຂ້າງຕົ້ນ ກັບກວດສຸຂະພາບປະຈຳປີກໍຖືວ່າພຽງພໍ ສ່ວນລະດັບຂອງການອອກກຳລັງກາຍຫລືຫລິ້ນກິລາກໍປະຕິບັດຕາມທີ່ຮ່າງກາຍຮັບໄຫວ ຖ້າ ລະດັບການເຕັ້ນຂອງຫົວໃຈ (Heart Rate: HR) ສູງ ແຕ່ຍັງອອກກຳລັງກາຍຫລືຫລິ້ນກິລາຕໍ່ໄດ້ແບບບໍ່ມີຂໍ້ຫ້າມ ແຕ່ຖ້າມີອາການຜິດປົກກະຕິກໍໃຫ້ຢຸດພັກແລະຫລຸດຄວາມຫນັກລົງ
ລະດັບການເຕັ້ນຂອງຫົວໃຈ (Heart Rate: HR) ມື້ຫນ້າແອດມີນຈະມາອະທິບາຍຕື່ມແບບລະອຽດ
- ຖ້າມພະຍາດປະຈຳຕົວທີ່ມີຄວາມສ່ຽງຕໍ່ຫົວໃຈເຊັ່ນ ເບົາຫວານ ຄວາມດັນເລືອດສູງ ໄຂມັນໃນເສັ້ນເລືອດສູງ ສູບຢາຫລາຍ ຫລື ຜູ້ອາຍຸຫລາຍ ຄວນປຶກສາແພດກ່ອນອອກກຳລັງກາຍ ຫລືຫລິ້ນກິລາໃນລະດັບທີ່ຫນັກ
- ຖ້າມີອາການທີ່ຄວນລະວັງ ຫລື ບໍ່ແນ່ໃຈ ກໍຄວນປຶກສາແພດກ່ອນ
5. ການປະຖົມພະຍາບານເບື້ອງຕົ້ນ ເມື່ອພົບຄົນຫມົດສະຕິ ບໍ່ຫາຍໃຈ ຫລື ຫາຍໃຈຕິດຂັດ ຕ້ອງສັນນິຖານກ່ອນວ່າຄົນເຈັບມີພາວະຫົວໃຈ (ຈະ) ຢຸດເຕັ້ນ ບໍ່ຕ້ອງຈັບຊີບພະຈອນໃຫ້ເສຍເວລາ (ບາງຄົນກໍອາດຈະຈັບບໍ່ຖືກຕໍາແຫນ່ງ) ໃຫ້ໂທຫາຫນ່ວຍກູ້ໄພ ຫລື ລົດໂຮງຫມໍມາຮັບ ຫລື ນໍາສົ່ງໂຮງຫມໍທີ່ໃກ້ຄຽງ ພ້ອມທັງທໍາການໂປ້ມຫົວໃຈ (Cardiopulmonary Resuscitation: CPR) ໃຫ້ຜູ້ປ່ວຍລະຫວ່າງລໍຖ້າຫນ່ວຍກູ້ໄພມາຮັບ ຫລື ລະຫວ່າງນຳຕົວໄປສົ່ງທີ່ໂຮງຫມໍ ຕາມຂັ້ນຕອນຕໍ່ໄປນີ້
- ຈັດທ່າໃຫ້ຜູ້ປ່ວຍນອນຫງາຍ ກົດຫນ້າເອິກຜູ້ປ່ວຍດ້ວຍການວາງສັນມື(ຝາມື) ຂ້າງຫນຶ່ງຢູ່ເຄິ່ງເບື້ອງລຸ່ມຂອງກຸ່ມກະດູກຫນ້າເອິກ ແລະວາງມືອີກຂ້າງຫນຶ່ງທັບປະສານກັນໄວ້ ເລີ່ມກົດຫນ້າເອິກດ້ວຍຄວາມເລິກຢ່າງຫນ້ອຍ 5cm ໃນອັດຕາຄວາມໄວ 100 – 120 ຄັ້ງຕໍ່ນາທີ
- ໃນສ່ວນຂອງການປະຖົມພະຍາບານຂອງແພດ ຫລື ຫນ່ວຍກູ້ໄພສ່ວນຫລາຍຈະໃຊ້ເຄື່ອງກະຕຸກຫົວໃຈໄຟຟ້າອັດຕະໂນມັດ (Automated External Defibrillator, AED) ໃນສ່ວນນັ້ນກໍເປັນເລື່ອງຂອງການປະຖົມພະຍາບານຂອງຜູ້ທີ່ມີປະສົບການໄປ ແອດມີນກໍຂໍອະທິບາຍໃນສ່ວນຂອງການ CPR ເທົ່ານັ້ນ
ຂໍ້ສັງເກດອີກຢ່າງຫນຶ່ງຄື ຄົນທີ່ເປັນລົມທຳມະດາ ແມ່ນມີການຫມົດສະຕິ ແຕ່ມີການຫາຍໃຈຢູ່ ສ່ວນຄົນທີ່ຫມົດສະຕິແລ້ວຫາຍໃຈຕິດຂັດ ຫລື ບໍ່ຫາຍໃຈເລີຍນັ້ນຕ້ອງທຳການ CPR ທັນທີ
6. ສະຫລຸບ
- ການອອກກຳລັງກາຍ ຫລື ການຫລິ້ນກິລາ ບໍ່ໄດ້ມີອັນຕະລາຍດັ່ງທີ່ຫລາຍຄົນເຂົ້າໃຈຜິດ ແລະ ກໍມີຄຸນປະໂຫຍດຫລາຍກວ່າໃຫ້ໂທດ ຖ້າວ່າອອກກຳລັງກາຍ ຫລື ຫລິ້ນກິລາໃຫ້ຖືກວິທີ ດ້ວຍການປະເມີນລະດັບຂອງຄວາມເຂັ້ມໃນການອອກກຳລັງກາຍ ຫລື ຫລິ້ນກິລາ ດ້ວຍການວັດຄ່າ (Heart Rate) ຫລື ປະເມີນແບບງ່າຍ ໆ ດັ່ງທີ່ໄດ້ກ່າວມາໃນຂໍ້ 4
- ສ່ວນຄົນທີ່ເສຍຊີວິດຈາກການຫລິ້ນກິລາທີ່ເຫັນຕາມຂ່າວໃນໂທລະທັດ, ວິທະຍຸ, ຫນັງສືພິມ ຫລື ໃນໂລກໂຊຊຽວລ໌ນັ້ນສ່ວນຫລາຍແມ່ນເກີດຈາກສຸຂະພາບຂອງຜູ້ກ່ຽວເອງ ໂດຍສະເພາະຜູ້ທີ່ເປັນພະຍາດຫົວໃຈ ແລ້ວບໍ່ມີການກວດສຸຂະພາບກ່ອນການຫລິ້ນກິລາ, ນອກເຫນືອຈາກນັ້ນກໍຄືຄວາມປະຫມາດໃນການປະຕິບັດຕົວເອງ ຫລື ຈາກຄົນຮອບຂ້າງໃນຂະນະທີ່ຫລິ້ນກິລາຢູ່ ເຊິ່ງເປັນສິ່ງທີ່ຄວບຄຸມບໍ່ໄດ້ ຫລື ຄວບຄຸມໄດ້ຍາກທີ່ສຸດ
ຂອບໃຈຂໍ້ມູນດີດີຈາກເຟຈ: Lao Health Station “ສະຖານີສຸຂະພາບຂອງຄົນລາວ”
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment