ຂ່າວ

ເປັນຕາຕົກໃຈ ຄະດີຢ່າຮ້າງໃນລາວກວດກວ່າ 90% ຂອງຄະດີທັງໝົດ



ການ​ຢ່າ​ຮ້າງ​ລະຫວ່າງ​ສາມີ-ພັນ​ລະ​ຍາ​ເປັນ​ບັນຫາ​ທີ່ລາວຕ້ອງທົບທວນຄືນ ເກີດຫຍັງຂຶ້ນເປັນຫຍັງຄະດີຢ່າຮ້າງຈິ່ງມາແຮງແຊງທາງໂຄ້ງທັງທີ່ຜ່ານມາເຖິງຈະມີຫຼາຍກໍ່ບໍ່ເທົ່າລະດັບນີ້ທີ່ມີລາຍງານກວມ 90% ຂອງຄະດີທັງໝົດ.
ໂດຍສານ​ປະຊາຊົນ​ສູງ​ສຸດສະ​ເໜີລາຍ​ງານ​ວ່າ​ໃນ​ຊ່ວງ​ປີ 2013-2017 ທີ່​ຜ່ານ​ມາ ສານ​ປະຊາຊົນທຸກຂັ້ນໃນທົ່ວປະເທດລາວໄດ້ຮັບການຟ້ອງຮ້ອງຄະດີແພ່ງ ແລະຄະດີອາຍາຈໍານວນທັງໝົດ ຫລາຍກວ່າ 37.840 ກວ່າກໍລະນີ ຊຶ່ງເພີ້ມຂຶ້ນເຖິງ 9,81% ທຽບໃສ່ຊ່ວງໄລຍະປີ 2008-2012 ໂດຍທີ່ຄະດີແພ່ງໄດ້ເພີ້ມຂຶ້ນຫລາຍກວ່າຄະດີອາຍາ ແລະໃນນີ້ປາກົດວ່າ ຄະດີຢ່າຮ້າງລະຫວ່າງສາມີ ກັບພັນລະຍາກວມເຖິງ 90,66 ເປີເຊັນຂອງຄະດີທັງໝົດທີ່ເກີດຈາກຄວາມຂັດແຍ້ງກັນພາຍໃນຄອບຄົວ.



ທາງ​ດ້ານ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ລົບ​ລ້າງທຸກ​ການ​ກະທໍາ ທີ່​ເປັນ​ການ​ເລືອກ​ປະຕິບັດຕໍ່ເພດຍິງ (CEDAW) ລາຍງານວ່າການຄວາມຮຸນແຮງຕໍ່ແມ່ຍິງໃນລາວ ກໍມີທ່າອ່ຽງເພີ້ມຂຶ້ນນັບມື້ ຄືສາເຫດສໍາຄັນປະການນຶ່ງ ທີ່ເຮັດໃຫ້ມີການຢ່າຮ້າງເພີ້ມຂຶ້ນ ຊຶ່ງຈາກການສໍາຫລວດດ້ວຍການສໍາພາດແມ່ຍິງລາວ ຈໍານວນ 3.000 ຄົນ ທີ່ອາຍຸ 15-64 ປີ ພົບວ່າ ຫລາຍກວ່າ 50 ເປີເຊັນ ເຄີຍຖືກກະທໍາຮຸນແຮງຕໍ່ຮ່າງກາຍ ແລະຈິດໃຈໂດຍຜູ້ເປັນສາມີ ຫລືຄົນຮັກ ແລະຫລາຍກວ່າ 75 ເປີເຊັນຂອງແມ່ຍິງລາວ ທີ່ຖືກກະທໍາຮຸນແຮງດັ່ງກ່າວຍັງໄດ້ຮັບບາດເຈັບຢູ່ເລື້ອຍມາ.



​ຈາກບັນຫາຄ່າຄອງຊີບ ແລະຄ່າໃຊ້ຈ່າຍຕ່າງໆ ພາຍໃນຄົວເຮືອນທີ່ປັບຕົວສູງຂຶ້ນ ກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດການຢ່າຮ້າງລະຫວ່າງສາມີກັບພັນລະຍາໂດຍສະເພາະແມ່ນຄວາມບໍ່ຮັບຜິດຊອບຕໍ່ຄອບຄົວຢ່າງເຕັມສ່ວນຂອງຜູ້ເປັນສາມີ ກໍຍັງໄດ້ສົ່ງຜົນກະທົບ ເຖິງສະຖານະພາບຂອງຜູ້ເປັນພັນລະຍາທີ່ຕ້ອງດິ້ນຮົນໃນການລ້ຽງດູລູກ ໂດຍລໍາພັງ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.