LU03

ທາງການ ເມືອງຫາດ ເເຕ່ງຕັ້ງ ສົມສະນິດ ເປັນຫົວໜ້າຄຸຝຶກ ພາທີມລຸຍເຕະບານສາຍ ກ


   ເປັນການລິເລີ່ມທີ່ດີສໍາລັບ ສະໂມສອນ ເມືອງຫາດ ຢູໄນເຕັດ ສະໂມສອນ ນ້ອງໃຫມ່ທີ່ເຂົ້າຮ່ວມການແຂ່ງ ສາຍ ກໍ 2018 ເປັນສະໂມສອນທີ່ສ້າງຂຶ້ນ ເພື່ອສົ່ງເສີມນັກກິລາເຍົາວະຊົນຂອງເມືອງຫາດຊາຍຟອງ ເຊິ່ງເປັນແນວທາງການນໍາເອົາເມືອງມາຕັ້ງຊື່ເປັນສະໂມສອນ ເໝືອນກັບລີກປະເທດອື່ນໆ.




   ຫຼ້າສຸດ ສະໂມສອນ ເມືອງຫາດ ຢູໄນເຕັດ ຕົກລົງເເຕ່ງຕັ້ງທ່ານ ສົມສະນິດ ເຫງົາປະເສີດ (ໂຄ້ຊນິດ) ຜູ້ຊ່ວຍຄູຝຶກສະໂມສອນ ດີເຄ ເອັຟຊີ ທີມໃນເປບຊີ ລາວພຣີເມຍລີກ 2018 ມາເປັນຄູຝຶກໃຫຍ່ ຢ່າງເປັນທາງການ.








-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.