ລົດຕຳກັນ

ເຫດລົດຈັກ+ລົດໃຫຍ່ ເຈັບ1


ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624ລາຍງານວ່າ: ໃນວັນທີ 20/04/2018 ເວລາ ປະມານ 22:05 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດຈັກຕຳກັບລົດໃຫຍ່ ບ້ານ ໄຊມຸງຄຸນ(ສີເກີດ) ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ເຊິ່ງມີອາການແຜທະລອກຕາມຕົ້ນຕົວແລະຫົວແຕກ.

ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນນຳສົງໂຮງໝໍມິດຕະພາບ 150 ຕຽງ. ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK010120000993902001 ເບີໂທຕິດຕໍ່ 020 2244 1624



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.