ຈັບຢາເສບຕິດ

ຢຶດຢາບ້າ ຫຼາຍກວ່າ 1 ແສນເມັດ ຢູ່ໃຈກາງນະຄອນລວງວຽງຈັນ


ຫນັງສືພິມຄວາມສະຫງົບລາຍງານວ່າ: ໃນວັນທີ 9 ເມສາ 2018, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມ້າງຄະດີຄ້າ-ຂາຍຢາເສບຕິດ ສາມາດຢຶດຢາບ້າໄດ້ຈຳນວນ 51 ມັດ ເທົ່າກັບ 102.000 ເມັດ ໃນຄະນະນັດສົ່ງໃຫ້ກັນຢູ່ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພ້ອມທັງກັກຕົວຜູ້ຖືກຫາໄດ້ ຈຳນວນ 1 ຄົນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການນໍາກັນ.

ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາຢາເສບຕິດເປີດ ເຜີຍວ່າ: ພາຍຫຼັງໄດ້ສືບຮູ້ວ່າ ມີເປົ້າໝາຍນັດຊື້ຂາຍຢາເສບຕິດປະເພດຢາບ້າ ຢູ່ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຮອດໃນເວລາ 10:00 ໂມງ ຂອງວັນທີ 9 ເມສາ 2018 ຈຶ່ງນໍາກໍາລັງເຂົ້າຈັບກຸ່ມເປົ້າໝາຍດັ່ງກ່າວ ໃນຄະນະທີ່ກໍາລັງເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ຈຸດນັດພົບ ສາມາດກັກຕົວໄດ້ 1 ຄົນ ຊື່ທ້າວ ສົມສັກ ອາຍຸ 50 ປີ ຢູ່ບ້ານນາໄຊ ເມືອງຫຼວງພະບາງ ແຂວງຫຼວງພະບາງ ເພື່ອໄປສອບສວນ.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້, ເຊິ່ງໄດ້ຊື້ມາຈາກຊາຍບໍ່ຮູ້ຊື່ທີ່ຢູ່ ເພື່ອຈະເອົາມາຂາຍໃຫ້ເຖົ້າແກ່ບໍ່ຮູ້ຊື່ຢູ່ທີ່ຈຸດນັດໝາຍກັນເຂດບ້ານປາກທ້າງ ເມືອງສີໂຄດຕະບອງ, ແຕ່ບໍ່ທັນໄດ້ຂາຍຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ. ປັດຈຸບັນເຈົ້າໜ້າທີ່ກໍາລັງວິຊາສະເພາະກໍາລັງຕິດຕາມຫາຜູ້ຮ່ວມຂະບວນການນໍາກັນໄປດໍາເນີນຄະດີຕາມກົດໝາຍ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.