​ ບານເຕະ

ສາວຍີ່ປຸ່ນ ຢໍ້າແຄ້ນ ສາວອົດສະຕຣາລີ ຄວ້າແຊ້ມບານເຕະ ເອຊຽນ ຄັບ 2018


   ການແຂ່ງຂັນບານເຕະຍິງ ຊີງແຊັມອາຊຽນ ລາຍການ ເອຊຽນ ຄັບ 2018 (2018 AFC Women's Asian Cup) ຮອບຊີງຊະນະເລີດ ເມື່ອວັນທີ 20 ເມສາ ທີ່ຜ່ານມາທີ່ປະເທດຈໍແດນ ລະຫວ່າງ ທີມຊາດຍີ່ປຸ່ນ ແຊ້ມເກົ່າ 2 ສະໄໝ ພົບກັບ ອົດສະຕຣາລີ ແຊ້ມເກົ່າ 1 ສະໄໝ.

   ເຊິ່ງການພົບກັນຄັ້ງນີ້ ຖືເປັນການໂຄຈອນມາພົບກັນອີກຄັ້ງໃນຮອບຊີງຊະນະເລີດ ເພາະ 4 ປີກ່ອນຮອບຊີງຊະນເລີດ ຍີ່ປຸ່ນ ເອົາຊະນະ ອົດສະຕຣາລີ ໄດ້ຫວຸດຫວິດ 1-0 ກ່ອນຄວ້າແຊ້ມໄປ.

   ປະກົດວ່າ: ປີ 2018 ຍັງເປັນ ຍີ່ປຸ່ນ ທີ່ບຽດເອົາະຊະນະໄດ້ອີກຄັ້ງ 1-0 ຈາກການຍິງຂອງ ນາງ Yokoyama ໃນທ້າຍເກມມນາທີໆ 84 ຄວ້າແຊ້ມໄປຄອງ ແລະ ເປັນແຊ້ມສະໄໝທີ 2 ອີກດ້ວຍ.

   ສ່ວນຄູ່ຊີງອັນດັບ 3 ສາວ ສປ ຈີນ ແຊ້ມ 8 ສະໄໝ ເອົາຊະນະ ສາວ ໄທ ໄດ້ສະບາຍ 3-1 ຄວ້າອັນດັບ 3 ປອບໃຈໃນປີນີ້.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.