ຂ່າວຕ່າງປະເທດ

ອີຣັກ ດຳເນີນການບຸກໂຈມຕີໃສ່ບັນດາທີ່ຕັ້ງຂອງ IS ໃນຜືນແຜ່ນດິນຊີຣີ


(VOVWORLD) -ວັນທີ 19 ເມສາ, ກອງທັບອາກາດອີຣັກ ໄດ້ດຳເນີນການບຸກໂຈມຕີໃສ່ບັນດາທີ່ຕັ້ງຂອງກຸ່ມກໍ່ການຮ້າຍ IS ນອນໃນຜືນແຜ່ນດິນຂອງປະເທດບ້ານໃກ້ເຮືອນຄຽງຊີຣີ ທີ່ໃກ້ກັບເຂດຊາຍແດນອີຣັກ.

ໃນແຈ້ງການໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ Haider Al Abadi ໃຫ້ຮູ້ວ່າ, ການບຸກໂຈມຕີທາງອາກາດແນໃສ່ກຳລັງທຳສົງຄາມສັກສິດໄດ້ດຳເນີນຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ Abadi ພາຍຫຼັງໄດ້ເຫັນໄພອັນຕະລາຍນັ້ນແມ່ນບັນດາມືປືນດັ່ງກ່າວບຸກໂຈມຕີໃສ່ຜືນແຜ່ນດິນອີຣັກ.

      ບັນດາການບຸກໂຈມຕີດັ່ງກ່າວໄດ້ຮັບການປະຕິບັດໂດຍມີການສົມທົບກັນກັບອຳນາດການປົກຄອງຂອງທ່ານປະທານາທິບດໍຊີຣີ Bashar al Assad.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.