ກອງທັບ

ຫວຽດນາມມອບຮັບສູນຈຳລອງຝຶກແອບການສູ້ຮົບໃຫ້ກະຊວງປ້ອງກັນປະເທດ


(VOVWORLD) -ຕອນເຊົ້າວັນທີ 20 ເມສາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບຮັບສູນຈຳລອງຝຶກແອບການສູ້ຮົບ, ເຊິ່ງເປັນຂອງຂວັນຂອງບໍລິສັດ ນຳໃຊ້ເຕັກນິກ ແລະ ຜະລິດ (Tecapro) ຈຳກັດຜູ້ດຽວ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແກ່ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດລາວ.

ທີ່ພິທີ, ທ່ານຫົວໜ້າກົມໃຫຍ່, ເຕັກນິກກອງທັບປະຊາຊົນລາວ, ພົນຈັດຕະວາ ກິລາກອນ ບຸນນະພອນ, ໄດ້ຕີລາຄາສູງກຳລັງຄວາມສາມາດຄົ້ນຄວ້າ, ນຳໃຊ້ເຕັກໂນໂລຊີສູງເຂົ້າໃນວຽກງານການຮ່ຳຮຽນ, ການຝຶກແອບກຽມພ້ອມສູ້ຮົບໃນກອງທັບ ແລະ ພັດທະນາເສດຖະກິດປະເທດຊາດຂອງບໍລິສັດ Tecapro; ເນັ້ນໜັກວ່າ ເລື່ອງຈຳລອງການຝຶກແອບສູ້ຮົບ ບໍ່ພຽງແຕ່ປະກອບສ່ວນສຳຄັນໃຫ້ແກ່ວຽກງານຝຶກແອບ, ຍົກສູງດ້ານທັກສະ, ຫຼີກລ້ຽງອຸບັດຕິເຫດໃນການຝຶກແອບ, ຊ່ວຍປະຢັດງົບປະມານເທົ່ານັ້ນ, ຫາກຍັງຊ່ວຍເພີ່ມລັກສະນະປະສິດທິຜົນ ແລະ ທັນສະໄໝໃຫ້ແກ່ກອງທັບປະຊາຊົນລາວ ອີກດ້ວຍ; ຢືນຢັນການໜູນຊ່ວຍດັ່ງກ່າວຈະແມ່ນການເລີ່ມຕົ້ນໃຫ້ແກ່ການຮ່ວມມືລະຫວ່າງບໍລິສັດ Tecapro, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດລາວ.

      ຕາມພົນຈັດຕະວາ ກິລາກອນ ບຸນນະພອນ ແລ້ວ, ໃນຕະຫຼອດຊຸມເດືອນປີຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊ່ວຍກະຊວງປ້ອງກັນປະເທດລາວ ໃນວຽກງານສ້າງກຳລັງ, ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະນາກອນມະນຸດ ຫຼາຍຢ່າງ…; ເນັ້ນໜັກວ່າ ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນໃຫ້ແກ່ວຽກງານຮ່ຳຮຽນ, ການຝຶກແອບຂອງກອງທັບປະຊາຊົນລາວ ໃຫ້ນັບມື້ນັບກ້າວໜ້າ ແລະ ທັນສະໄໝ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.