ປະກົດການຫຍໍ້ທໍ້

3 ວັນສະຫລອງບຸນປີໃໝ່ລາວທົ່ວປະເທດມີ ຜູ້ເສຍຊີວິດເກືອບ 30 ຄົນຈາກອຸບັດຕິເຫດ


ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ພຽງໄລຍະ 3 ວັນຂອງການສະຫລອງບຸນປີໃໝ່ລາວຄື: ວັນທີ 14-15-16 ເມສານີ້, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນເກືອບ 200 ກໍລະນີ ແລະ ມີຜູ້ເສຍຊີວິດ 29 ຄົນ, ທຽບໃສ່ປີຜ່ານມາເຫັນວ່າ ເພີ່ມຂຶ້ນ 48 ກໍລະນີ ແລະ ຜູ້ເສຍຊີວິດເພີ່ມຂຶ້ນ 7 ຄົນD

ສະເພາະຢູ່ນະຄອນຫລວງວຽງຈັນໄລຍະ 3 ວັນ ແມ່ນມີອຸປະຕິເຫດເກີດຂຶ້ນ 24 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ.
ສ່ວນແຂວງທີ່ເກີດອຸປະຕິເຫດຫລາຍກວ່າໝູ່ແມ່ນແຂວງຈຳປາສັກ ມີອຸປະຕິເຫດເກີດຂຶ້ນ 38 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນ, ຊຶ່ງສາເຫດແມ່ນຍ້ອນດື່ມສິ່ງມືນເມົາແລ້ວຂັບລົດ, ຂັບລົດດ້ວຍຄວາມໄວ ແລະ ປະໝາດ, ຊຶ່ງອຸປະຕິເຫດທີ່ຮຸນແຮງແມ່ນກໍລະນີລົດເມຕຳກັບລົດກະບະຢູ່ເສັ້ນທາງເຂດບ້ານນາແງ້ວເມືອງທ່າແຂກແຂວງຄຳມ່ວນ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 4 ຄົນ.


ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ການສະກັດກັ້ນອຸປະຕິເຫດໃນໄລຍະບຸນປີໃໝ່ລາວນີ້, ໂດຍໄດ້ຈັດກຳລັງກວ່າ 2 ພັນຄົນ, ພ້ອມທັງຕັ້ງຈຸດກວດກາຮ້ອຍກວ່າຈຸດຕາມເສັ້ນທາງເລກ 13 ເຫນືອ ແລະ 13 ໃຕ້ ແລະ ໃນເຂດເທດສະບານຕ່າງໆ, ແຕ່ເນື່ອງຈາກປີນີ້ມີການພັກຫລາຍວັນ, ເຮັດໃຫ້ມວນຊົນມີໂອກາດໄດ້ສັງສັນງານລ້ຽງຕ່າງໆຈົນມືນເມົາ, ຈຶ່ງເປັນສາເຫດພາໃຫ້ເກີດອຸປະຕິເຫດຕາມມາ, ໃນຕໍ່ໜ້ານີ້, ຕ້ອງເພີ່ມທະວີໂຄສະນາໃຫ້ສັງຄົມເອົາໃຈໃສ່ປະຕິບັດກົດຈະລາຈອນຢ່າງເຂັ້ມງວດ, ເພື່ອສະກັດກັ້ນອຸປະຕິເຫດໃຫ້ຫລຸດລົງ.


ແຫລ່ງທີ່ມາຈາກໜັງສືພິມລາວພັດທະນາ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.