ຕິດເກມອອນລາຍ

ດາວລົດໄປຂາຍ ກາຍເປັນຄະດີ ຍ້ອນຕິດຫຼິ້ນເກມອອນລາຍ


ໃນປັດຈຸບັນນີ້, ການຫຼິ້ນພະນັນເກມອອນລາຍ ເປັນໄພຂົ່ມຂູ່ຕໍ່ສັງຄົມລາວ  ໂດຍສະເພາະໃນກຸ່ມໄວລຸ້ນທີ່ ຕິດຫຼິ້ນການພະນັນເກມອອນລາຍ ນັບມື້ນັບມີເພີ່ມຂຶ້ນ ຈົນກາຍເປັນສິ່ງມົວເມົາເຍົາວະຊົນ ແລະ ຍັງເປັນ ສາເຫດທີ່ພາໃຫ້ມີປະກົດການຫຍໍ້ທໍ້ ເຊັ່ນ: ຂີ້ລັກ-ງັດແງະ, ປຸ້ນຈີ້-ຊິງຊັບ, ຂ້າເຈົ້າເອົາຂອງ, ສໍ້ໂກງຊັບ, ຄ້າໂສເພນີ, ຄ້າຂາຍຢາເສບຕິດ ເກີດຂຶ້ນຕາມມາ; ເຊິ່ງເມື່ອບໍ່ດົນມານີ້, ໃນກາງເດືອນກຸມພາ ທີ່ຜ່ານມາ,  ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ກັກຕົວໄວລຸ້ນ 23 ປີ  ທີ່ເຄື່ອນໄຫວສໍ້ໂກງຊັບພົນລະເມືອງ ດ້ວຍຮູບການດາວເອົາລົດຈັກ ຢູ່ຕາມຮ້ານ ໍຂາຍລົດ ແລະ ຢືມເອົາລົດຈັກນຳຄົນຮູ້ຈັກໄປຂາຍ ລວມທັງໝົດ 5 ຄັນ ຍ້ອນຕິດຫຼິ້ນພະນັນເກມ ອອນລາຍ ແລະ ຕິດຢາເສບຕິດ.

ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ຈິນດາ ອາຍຸ 23 ປີ ຢູ່ບ້ານໂນນຄໍ້ ເໜືອ ເມືອງໄຊເດດຖາ ນະຄອນຫຼວງວຽງຈັນ. ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວມົ້ວສຸມເສບຢາເສບຕິດມາແຕ່ປີ 2017 ໂດຍເສບມື້ລະ 1-2 ເມັດ ສ່ວນຢາບ້າທີ່ນໍາມາເສບແຕ່ລະຄັ້ງ ແມ່ນຊື້ນໍາໄວລຸ້ນມົ້ວສຸມຢາເສບຕິດພາຍໃນບ້ານ ແລະ ຜູ້ກ່ຽວກໍຍັງຕິດການຫຼິ້ນພະນັນເກມອອນລາຍຢ່າງຮຸນແຮງ. ເມື່ອບໍ່ມີເງິນໄປຫຼິ້ນເກມ  ຜູ້ກ່ຽວກໍໄປຊອກດາວລົດ ຈັກຕາມຮ້ານຂາຍ ແລ້ວນໍາເອົາລົດໄປຂາຍ ຫຼື ຈຳນຳເອົາເງິນ ເພື່ອໄປຫຼິ້ນເກມ ແລະ ຊື້ຢາບ້າມາເສບ

ນັບແຕ່ເດືອນກັນຍາ 2017 ຫາ ກຸມພາ 2018,  ຜູ້ກ່ຽວໄດ້ດາວເອົາລົດຈັກ ໄປຂາຍ ຈໍານວນ 5 ຄັນ ຄື:
ໃນວັນທີ 17 ກັນຍາ 2017, ຜູ້ກ່ຽວໄດ້ໄປດາວເອົາລົດຈັກເວບ 100 ສີຟ້າດໍາ ຢູ່ທີ່ຮ້ານຂອງທ້າວ ຫົງລ້ຽງ ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນລາຄາ 22.088.000 ກີບ ໂດຍຈ່າຍກ່ອນ 1.200.000 ກີບ ສ່ວນທີ່ ເຫຼືອຕົກລົງຈ່າຍເດືອນລະ 580.000 ກີບ. ພາຍຫຼັງໄດ້ລົດຈັກມາແລ້ວ ກໍນໍາລົດຄັນດັ່ງກ່າວໄປຂາຍໄດ້ເງິນ 5.000.000 ກີບ ແລ້ວນໍາໄປຫຼິ້ນເກມ ແລະ ຊື້ຢາບ້າເສບໝົດ ;

ມາວັນທີ 2 ມັງກອນ 2018, ຜູ້ກ່ຽວໄດ້ໄປດາວ ເອົາລົດຈັກເວບ 100 ສີຟ້າດໍາ ຢູ່ທີ່ຮ້ານຂອງທ້າວ ສົມຊາຍ ຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວ ງວຽງຈັນ ໃນລາຄາ 16.700.000 ກີບ ໂດຍຈ່າຍກ່ອນ 2.000.000 ກີບ ແລະ ຕົກລົງຈະຈ່າຍເດືອນລະ 612.000 ກີບ. ພາຍຫຼັງໄດ້ລົດຈັກມາ ກໍນໍາລົດຈັກໄປຂາຍ ໄດ້ເງິນ 5.000.000 ກີບ ແລ້ວນໍາໄປຫຼິ້ນເກມໝົດ;

ມາວັນທີ 8 ກຸມພາ 2018, ຜູ້ກ່ຽວໄດ້ໄປຢືມລົດຈັກເວບ 100 ສີຂຽວດໍາ ໝາຍເລກທະບຽນ ດຕ 9104 ກໍາແພງນະຄອນ ນໍາພໍ່ລຸງ ແລ້ວຂີ່ໄປໃຫ້ໝູ່ໄປຈໍາເອົາເງິນ ໄດ້ເງິນ 2.000.000 ກີບ; ມາວັນທີ 7 ກຸມພາ 2018, ໄດ້ໄປດາວເອົາລົດ ຈັກເວບ 100 ສີຟ້າດໍາ ຢູ່ທີ່ຮ້ານຂອງທ້າວ ຫົງລ້ຽງ ຢູ່ບ້ານວຽງຈະເລີນ ຕື່ມອີກໃນລາຄາ 16.400.000 ກີບ ໂດຍ ຈ່າຍກ່ອນ 2.000.000 ກີບ ແລ້ວຈ່າຍເດືອນລະ 800.000 ກີບ. ຈາກນັ້ນ, ກໍນໍາລົດຈັກຄັນດັ່ງກ່າວ ໄປຈໍາໄດ້ເງິນ 4.000.000 ກີບ ແລ້ວນໍາໄປຫຼິ້ນເກມໝົດ.

ມາວັນທີ 9 ກຸມພາ 2018, ຜູ້ກ່ຽວໄດ້ຢືມລົດຈັກເວບ 100 ສີຟ້າດໍາ ນໍາໝູ່ ແລ້ວໄປຂາຍ ໄດ້ເງິນ 2.000.000 ກີບ. ມື້ຕໍ່ມາ, ໄດ້ໄປດາວລົດຈັກຢູ່ຮ້ານຄົນຈີນ ບໍ່ຊາບຊື້ ໃນລາຄາ 7.500.000 ກີບ. ແຕ່ຈ່າຍກ່ອນ 1.125.000 ກີບ ເມື່ອໄດ້ລົດມາແລ້ວ ກໍນໍາໄປຂາຍໄດ້ເງິນ 1.000.000 ກີບ ແລະ

ມາວັນທີ 19 ກຸມພາ 2018, ກໍຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກຕົວ ໄປດໍາເນີນຄະດີຕາມກົດໝາຍ. ປັດຈະບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ປກສ ເມືອງໄຊເສດຖາ ພວມດຳເນີນການສອບສວນຂະຫຍາຍຜົນ ເພື່ອນໍາ ເກັບກູ້ລົດຈັກ ມາມອບຄືນໃຫ້ເຈົ້າຂອງເດີ່ມ.

ຢ່າງໃດກໍຕາມ. ການຫຼິ້ນພະນັນທຸກປະເພດ ກໍລ້ວນແລ້ວແຕ່ເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນກະທົບໃນແງ່ ລົບຕໍ່ຕົວຂອງຜູ້ຫຼິ້ນເອງ, ຄົນທີ່ຢູ່ອ້ອມຂ້າງແລະ ເປັນສາເຫດໜຶ່ງ ທີ່ພາໃຫ້ເກີດມີສະພາບປະກົດການຫຍໍ້ທໍ້ໃນ ສັງຄົມ ເປັນຕົ້ນ: ສະພາບການປຸ້ນຈີ້-ຊິງຊັບ, ຂີ້ລັກງັດແງະ, ການຄ້າໂສເພນີ, ສໍ້ໂກງຊັບ, ຍັກຍອກຊັບແລະອື່ນໆ. ສະນັ້ນ, ຄອບຄົວກໍຄວນເຂົ້າມາມີບົດບາດໃນການເບິ່ງແຍງລູກຫຼານຂອງຕົນຕື່ມອີກ ເພື່ອເປັນການປ້ອງກັນ  ບັນຫາທີ່ອາດຈະເກີດຂຶ້ນກັບການຫຼິ້ນພະນັນຕາມມາ


ແຫຼ່ງທີ່ມາຈາກໜັງສືພິມຄວາມສະຫງົບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.