ແຂວງ ຄຳມ່ວນ

ເບິ່ງການຫຼິ້ນບຸນປີໃໝ່ລາວ ທີ່ແຂວງຄຳມ່ວນ


ບັນຍາກາດການສົ່ງທ້າຍປີເກົ່າ ພ.ສ 2560 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2561 ແມ່ນໄດ້ເລີ້ມມາແຕ່ວັນທີ 14 – 16 ເມສາ 2018 ຕາມກໍານົດການທີ່ທາງລັດຖະການໄດ້ແຈ້ງການຜ່ານສື່ຕ່າງໆແຕ່ພິເສດປີນີ້ແມ່ນພັກຍາວມາຮອດວັນທີ 18 ເມສາ 2018 . ສະເພາະຢູ່ແຂວງຄໍາມ່ວນແມ່ນໄດ້ຈັດໃຫ້ມີຫຼາຍກິດຈະກໍາເຊັ່ນ : ການຫົດສົງພຣະພຸດທະຮູບຢູ່ຕາມວັດຕ່າງໆ , ການຂໍພອນນໍາຜູ້ອາວຸໂສ , ການອວຍໄຊໃຫ້ພອນຂອງຜູ້ອາວຸໂສແກ່ຜູ້ເກີດໃໝ່ໃຫຍ່ລຸນ , ການແຫ່ນາງສັງຂານ ແລະ ການຕົບພະຊາຍ ນອກຈາກນັ້ນຍັງມີກິດຈະກໍາມ່ວນຊື່ນຢູ່ຕາມສໍານັກງານອົງການຕ່າງໆ .

         ສໍາລັບກິດຈະກໍາທີ່ມວນຊົນເຂົ້າຮ່ວມຫຼາຍຄືການແຫ່ນາງສັງຂານເຊິ່ງປີນີ້ຖືວ່າມີອຸປະສັກເລັກໜ້ອຍເນື່ອງຈາກວ່າສະພາບດິນຟ້າອາກາດບໍ່ເອື້ອອໍານວຍເກີດມີຝົນຕົກໃນຂະນະຈັດຂະບວນແຫ່ນາງສັງຂານແຕ່ສຸດທ້າຍການແຫ່ນາງສັງຂານກໍ່ສໍາເລັດລຸລ່ວງໄປດ້ວຍດີ .

 ສ່ວນນາງສັງຂານປະຈໍາປີ 2018 ນີ້ແມ່ນໄດ້ຜ່ານການຄັດເລືອກຈາກຄະນະກໍາມະການມາແຕ່ວັນທີ 10 ເມສາ 2018 ເຊິ່ງມີຜູ້ສະໝັກທັງໝົດ 37 ຄົນຜ່ານການຄັດເລືອກຈາກຄະນະກໍາມະການຍັງເຫຼືອ 07 ຄົນໂດຍຜູ້ທີ່ໄດ້ເປັນນາງສັງຂານປະຈໍາປີນີ້ໄດ້ແກ່ນາງ  ວາລີ ທໍາມະວົງ ອາຍຸ 22 ປີ ມາຈາກບ້ານປາກດົງ ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ເປັນຜູ້ທີ່ໄດ້ຂຶ້ນນັ່ງເທິງຫຼັງສັດເຊິ່ງສັດປະຈໍາປີນີ້ໄດ້ແກ່ນົກຍຸງໂດຍແມ່ນລູກສາວຜູ້ທີ 07 ຂອງພະຍາກະບິນລະພົມ .

ຫຼັງຈາກນັ້ນພໍຮອດຕອນເຊົ້າຂອງວັນທີ 15 ເມສາ 2018 ອໍານາດການປົກຄອງພ້ອມດ້ວຍມວນຊົນຊາວເມືອງທ່າແຂກກໍ່ໄດ້ແຫ່ຂະບວນນາງສັງຂານໄປຕາມສາຍທາງພາຍໃນເທສະບານເມືອງທ່າແຂກເຊິ່ງເລີ້ມຈາກຫໍຫຼັກເມືອງ ( ຖະໜົນສິງກະໂປສີໂຄດຈຸນລະມະນີ ) ກ້ຽວມາຫາຖະໜົນວຽງຈັນ ( ວົງວຽນນໍ້າພຸຫຼັກ 2 ) ຕໍ່ໃສ່ຖະໜົນກຸວໍລະວົງ , ກ້ຽວມາຫາຖະໜົນອານຸວົງ ແລະ ໄດ້ອັນເຊີນພຣະພຸດທະຮູບແກ່ນຈັນປະຈໍາຫໍຫຼັກເມືອງພ້ອມດ້ວຍພະສຽນ ( ຫົວ ) ຂອງພະຍາກະບິນລະພົມເພື່ອລົງຫົດສົງ ແລະ ທໍາພິທີທາງສາສະໜາ .


ທາງການແຫ່ຂະບວນນາງສັງຂານໄປຕາມສາຍທາງພາຍໃນເທສະບານເມືອງທ່າແຂກນໍາໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ , ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງທ່າແຂກພ້ອມດ້ວຍຫົວໜ້າພະແນກການທີ່ກ່ຽວຂ້ອງ .

ຂ່າວ - ພາບ : ແດງສະຫວັດ ແສນພານິດ .

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.