ກອງທັບ

ໂຮງຮຽນນາຍສິບຊ່າງແສງ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ


ກາງເດືອນເມສາ 2018; ຄະນະພັກ-ຄະນະອຳນວຍການໂຮງຮຽນນາຍສິບຊ່າງແສງ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະຜູ້ ແທນຍີ່ປຸ່ນ ຜູ້ຊ່ຽວຊານດ້ານວິຊາການ ດ້ານການພັດທະນາ ເຊິ່ງນຳໂດຍທ່ານ ໂນຊູໂມະ ຢາມາຊິຕາ ຮອງຫົວໜ້າຫ້ອງການ; ການຊ່ວຍເຫຼືອດ້ານການພັດທະນາ ກົມນະໂຍບາຍ ປ້ອງກັນຊາດສາກົນ ກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະນະ. ໂດຍໃຫ້ກຽດຕ້ອນຮັບຂອງພັນໂທ ຄຳແອ່ນ ແກ້ວວັນຈາຍ ຫົວໜ້າ ການທະຫານ ໂຮງຮຽນນາຍສິບຊ່າງແສງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ບັນດາພະແນກການ ກອງພັນ ທີ່ຂຶ້ນກັບເຂົ້າຮ່ວມ.

ໃນພິທີ ພັນໂທ ຄຳແອ່ນ ແກ້ວວັນຈາຍ ກໍ່ໄດ້ລາຍງານໂຄງການຫຼັກສູດການຮຽນ-ການສອນ ໂດຍການ ປະຕິບັດຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບວາງອອກ ວ່າດ້ວຍການອະນຸມັດໃຫ້ໂຮງຮຽນ ນາຍສິບຊ່າງແສງນຳໃຊ້ໂຄງການຫຼັກສູດການຮຽນ-ການສອນ ກໍ່ສ້າງນາຍສິບຊ່າງແສງລະບົບ 1 ປີ ສະບັບປັບປຸງໃໝ່ ເຊິ່ງອະນຸມັດເລີ່ມນຳໃຊ້ ສົກປີ 2017-2018, ກໍ່ຄືການກໍ່ສ້າງນັກຮຽນຊຸດທີ 26 ນີ້ ເປັນຕົ້ນໄປ  ເຊິ່ງມີນັກຮຽທັງໝົດ 80 ສະຫາຍ ທີ່ມາຈາກກົມກອງຊ່າງແສງນັບທັງກຳລັງຫຼວງ - ກຳລັງ ທ້ອງຖິ່ນ.

ໂຮງຮຽນນາຍສິບຊ່າງແສງຂອງພວກເຮົາໄດ້ຮັບການຊີ້ນຳ ແລະ ອຳນວຍຄວາມສະດວກຮອບ ດ້ານຈາກກົມໃຫຍ່ເສນາທິການກອງທັບ; ກົມໂຮງຮຽນ ແລະ ຊ່າງແສງຢ່າງເປັນປະຈຳ ມີໂຄງການຫຼັກສູດ ການຮຽນ-ການສອນ, ມີຄູອາຈານທີ່ມີປະສົບການໃນການຖ່າຍທອດ ສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ແລະ ມີສະຖານທີ່ພັກເຊົ່າໃຫ້ນັກຮຽນ, ມີຫ້ອງໂຮງຮຽນ ແລະ ສະໜາມຫັດແອບຮ່ຳຮຽນ ດີພໍສົມຄວນ.

 ນອກນີ້ກໍ່ຫຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ສ່ວນຂໍ້ຫຍຸ້ງຍາກ, ແມ່ນຄູ ອາຈານບາງສະ ຫາຍເປັນຄູໃໝ່ປະສົບການໃນການສິດສອນຖ່າຍທອດບົດຮຽນຍັງມີຂີດຈຳກັດ, ນອກນັ້ນບາງວິຊາຮຽນຍັງ ບໍ່ທັນມີອາຈານພຽງພໍກັບຄວາມຮຽກຮ້ອງຕ້ອງການກັບໜ້າວຽກງານຕົວຈິງ ຈຶ່ງໄດ້ເຊີນຄູອາຈານບ່ອນອື່ນ ເຂົ້າມາສິດສອນ ແລະ ບາງວິຊາບົດຮຽນຫຼາຍ ແຕ່ພັດກົງກັນຂ້າມເວລາຮຽນພັດມີໜ້ອຍ ຈຶ່ງເຮັດໃຫ້ການ ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນບໍ່ທັນໄດ້ເທົ່າທີ່ຄວນ.

ແຕ່ເຖິງແນວໃດກໍ່ຕາມຈາກຂໍ້ສະດວກ ແລະ ຂໍ້ ຫຍຸ້ງຍາກຄືດັ່ງກ່າວນັ້ນ ພວກເຮົາຄະນະພັກ-ຄະນະອຳນວຍການໂຮງຮຽນເວລາໃດກໍ່ໃຫ້ຄວາມສຳຄັນ ແລະ ເປັນການຊີ້ນຳພະແນກການ, ກົມກອງໃນການສິດສອນ-ຮ່ຳຮຽນ ແຕ່ລະໄລຍະບວກໃສ່ພະນັກງານ ຄູ-ອາຈານໄດ້ມີສະຕິຄວາມຮັບຜິດຊອບສູງໃນການສິດສອນ ແລະ ບັນພະແນກການ; ອົງການຈັດຕັ້ງຕ່າງ ກໍ່ໄດ້ໃຫ້ການຮ່ວມມືໃນທຸກດ້ານ ນັກຮຽນແຕ່ລະສະຫາຍໄດ້ມີສະຕິຕື່ນຕົວສູງ

ໂດຍ: ເກມ ວິໄລສານ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.