ຂ່າວຕ່າງປະເທດ

ເຖິງເວລາແລ້ວທີ່ຕ້ອງຊອກຫາມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ຊີຣີ ?


(VOVWORLD) -ການບຸກໂຈມຕີທາງອາກາດຂອງອາເມລິກາ, ອັງກິດ ແລະ ຝລັ່ງ ໃສ່ຊີຣີ, ແນໃສ່ລົງໂທດອຳນາດການປົກຄອງຂອງປະເທດນີ້, ຍ້ອນສົງໄສວ່າໄດ້ນຳໃຊ້ອາວຸດເຄມີ ໄດ້ກໍ່ໃຫ້ເກີດບັນດາປະຕິກິລິຍາຢ່າງແຮງຈາກປະຊາຄົມສາກົນ.

ການກະທຳບຸກໂຈມຕີດ້ານການທະຫານໃສ່ປະເທດມີອະທິປະໄຕ ເຊິ່ງໄດ້ຮັບຖືວ່າແມ່ນການກະທຳໄປຜືນກັບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ, ອາດຈະກໍ່ໃຫ້ເກີດໄພອັນຕະລາຍຍາກທີ່ຈະຄາດຄະເນໄດ້, ຊຸກຍູ້ການຟື້ນຕົວຂອງລັດທິຫົວຮຸນແຮງໃນພາກພື້ນ. ແລະ ໃນຈຸດເວລານີ້, ປະຊາຄົມສາກົນພວມມານະພະຍາຍາມຊອກຫາມາດຕະການຢ່າງຮອບດ້ານ ເພື່ອແນໃສ່ຍຸດຕິສະພາບໃຊ້ຄວາມຮຸນແຮງ ແລະ ສ້າງຕັ້ງສັນຕິພາບໃຫ້ແກ່ຊີຣີ ຄືນໃໝ່.

        ຄືດັ່ງໄດ້ໃຫ້ຂ່າວໄປແລ້ວ, ຮຸ່ງເຊົ້າວັນທີ 14 ເມສາ, ກຳລັງທະຫານປະສົມອາເມລິກາ, ອັງກິດ ແລະ ຝລັ່ງ ໄດ້ດຳເນີນເຫດປຸກໂຈມຕີດ້ານການທະຫານເລັ່ງໃສ່ຊີຣີ. ເຫດບຸກໂຈມຕີເຖິງວ່າບໍ່ແກ່ຍາວ, ຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບ ແລະ ຄວາມເສຍຫາຍທາງດ້ານວັດຖຸກໍ່ບໍ່ຫຼາຍ ກໍຕາມ, ແຕ່ເຫດນີ້ໄດ້ເຮັດໃຫ້ບັນຍາການດ້ານການເມືອງສາກົນຖືກຮ້ອນເຮັ່ງໃນຕະຫຼອດ 3 ມື້ຜ່ານມາ.

ການບຸກໂຈມຕີດ້ານການທະຫານບໍ່ແມ່ນມາດຕະການແກ້ໄຂ

        ຫຼາຍປະເທດໄດ້ອອກສຽງໂດຍຖືວ່າ, ການບຸກໂຈມຕີຂອງອາເມລິກາ, ອັງກິດ ແລະ ຝລັ່ງ ເລັ່ງໃສ່ຊີຣີ ດ້ວຍສາຍເຫດໂຕ້ຕອບການບຸກໂຈມຕີຝ່າຍຕາເວັນຕົກ ທີ່ສົງໄສວ່າ ອຳນາດການປົກຄອງ Damacus ໄດ້ນຳໃຊ້ອາວຸດເຄມີເພື່ອຕ້ານສາມັນຊົນ ແມ່ນການກະທຳຄັດຄ້ານບັນດາຫຼັກການ, ມາດຕະຖານຂອງປະຊາຄົມສາກົນ. ຍ້ອນມາຮອດປະຈຸບັນ, ເຫດບຸກໂຈມຕີທີ່ສົງໄສໄດ້ນຳໃຊ້ອາວຸດເຄມີຢູ່ເທດສະບານເມືອງ Douma, ເຊິ່ງເຄີຍເປັນກຳແພງຂອງຝ່າຍຄ້ານຢູ່ Ghouta ຕາເວັນອອກ ກ່ອນນີ້ 1 ອາທິດ ຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ.

        ຢູ່ພາຍໃນປະເທດອາເມລິກາ ເອງ, ບັນດາການເຄື່ອນໄຫວແຫ່ຂະບວນປະທ້ວງໄດ້ເກີດຂຶ້ນຢູ່ບັນດານະຄອນຄື Los Angeles, Portland, New York ແລະ ນະຄອນຫຼວງ ວໍຊິງຕັນ ເພື່ອຄັດຄ້ານບັນດາເຫດບຸກໂຈມຕີທາງອາກາດເລັ່ງໃສ່ຊີຣີໂດຍອາເມລິກາ ນຳໜ້າ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນ ແຕ່ກໍ່ບໍ່ຍົກອອກໄດ້ບໍ່ວ່າມະຕິໃດໆ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກະຕຸກຊຸກຍູ້ທຸກໆປະເທດຄວນລະງັບໃຈໃນສະພາບອັນຕະລາຍຄືໃນປະຈຸບັນ ແລະ ຫຼີກລ້ຽງບໍ່ວ່າການກະທຳໃດໆອາດຈະເຮັດໃຫ້ສະພາບການປີນຂັ້ນໄດ, ເຮັດໃຫ້ຄວາມເຈັບປວດຂອງປະຊາຊົນຊີຣີ ຖືກຊົ່ວຮ້າຍລົງຕື່ມອີກ.

        ແຕ່ຍິ່ງໄປກວ່ານັ້ນ, ສິ່ງທີ່ໜ້າສົນໃຈຢູ່ບ່ອນວ່າ, ໃນເຫດບຸກໂຈມຕີທາງອາກາດຄັ້ງນີ້ ແມ່ນການກະທຳຫວ່ານລູກລະເບີດລົງປະເທດທີ່ມີອະທິປະໄຕ ເຊິ່ງຫາກໍ່ຜ່ານໄລຍະປະທະກັນເປັນເວລາຍາວນານ ພວມກ້າວເຂົ້າສູ່ຄວາມຫວັງມຸ່ງໄປເຖິງສັນຕິພາບ ພາຍຫຼັງກຳລັງກໍ່ການຮ້າຍຖືກກວາດລ້າງໝົດກ້ຽງແລ້ວ ແລະ ກ້າວເຂົ້າສູ່ໄລຍະເຈລະຈາດ້ານການເມືອງເພື່ອໃຫ້ຊີຣີ ມີສະຖຽນລະພາບ, ແມ່ນຍາກທີ່ຈະແກ້ຄວາມໄດ້. ຍ້ອນໃນຈຸດເວລານີ້, ທຸກໆຝ່າຍຄວນລະມັດລະວັງໃນແຕ່ລະການກະທຳຂອງຕົນ ຈຶ່ງມີຄວາມຫວັງແກ້ໄຂຂໍ້ຕິດຂັດໃນການປະທະກັນທີ່ແກ່ຍາວເປັນເວລາຫຼາຍປີຢູ່ຊີຣີ ໄດ້.

ຊອກຫາທິດທາງເຈລະຈາ

        ພາຍຫຼັງເຫດບຸກໂຈມຕີທາງອາກາດຂອງກຳລັງທະຫານປະສົມອາເມລິກາ, ອັງກິດ, ຝລັ່ງ, ພ້ອມກັບເລື່ອງຮຽກຮ້ອງອົງການເກືອດຫ້າມອາວຸດເຄມີ ຮີບເຮັ່ງດຳເນີນການສືບສວນສອບສວນຢ່າງຄົບຖ້ວນ ແລະ ເອກະລາດສຳລັບບັນດາຄຳກ່າວຫານຳໃຊ້ອາວຸດເຄມີຢູ່ຊີຣີ, ປະຕິບັດການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນຊີຣີ, ປະຊາຄົມສາກົນກໍ່ພວມມານະພະຍາຍາມຊຸກຍູ້ທິດທາງເຈລະຈາໃໝ່, ແນໃສ່ແກ້ໄຂບັນຫາຊີຣີ ຢ່າງເຖິງຖອງ.

        ໃນຖະແຫຼງການຂອງຕົນ, ບັນດາປະເທດຕາເວັນອອກກາງ, ເອີລົບຕາເວັນອອກ ລ້ວນແຕ່ຢືນຢັນເຖິງທັດສະນະສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອແນໃສ່ຢຸດຕິສະພາບໃຊ້ຄວາມຮຸນແຮງ ແລະ ສ້າງຕັ້ງສັນຕິພາບຢູ່ຊີຣີ ຄືນໃໝ່, ຜ່ານບັນດາມາດຕະການແກ້ໄຂທາງການທູດ. ປະເທດ ໂອຕາລິດ ສະເໜີໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງ ຄວນສືບຕໍ່ເຊື່ອມຕໍ່ບັນດາການເຈລະຈາສັນຕິພາບຂອງກຸ່ມສາກົນໜູນຊ່ວຍຊີຣີ, ເຊິ່ງເຄີຍໄດ້ຮັບການຈັດຕັ້ງຢູ່ວຽນ ຂອງປະເທດໂອຕາລິດ ນັບແຕ່ປີ 2015 ພ້ອມທັງຢືນຢັນວ່າ ພ້ອມແລ້ວທີ່ຈະເປັນຄົນກາງໄກ່ເກ່ຍ, ຈັດຕັ້ງບັນດາການເຈລະຈາສັນຕິພາບຊີຣີ ໃນບໍ່ວ່າຈຸດເວລາໃດ.

        ພາຍຫຼັງເຫດບຸກໂຈມຕີ, ອາເມລິກາ ແລະ ບັນດາປະເທດພັນທະມິດ ກໍ່ພວມມີທ່າອ່ຽງກັບຄືນສູ່ບັນດາມາດຕະການແກ້ໄຂດ້ານການທູດ. ຮ່າງມະຕິລວມສະບັບໜຶ່ງ ໂດຍ 3 ປະເທດຮຽບຮຽງໄດ້ຍົກອອກມາເພື່ອປຶກສາຫາລືທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນຈຳນວນບັນດາຂໍ້ສະເໜີທີ່ໄດ້ຍົກອອກມານັ້ນ ມີເລື່ອງສ້າງຕັ້ງການສືບສວນສອບສວນເອກະລາດ ເພື່ອສືບສວນກ່ຽວກັບບັນດາເຫດບຸກໂຈມຕີຢູ່ຊີຣີ ແນໃສ່ຢັ້ງຢືນຕົວການ. ໃນຂະນະນັ້ນ, ເຢຍລະມັນ ກໍ່ຖະແຫຼງວ່າຈະຮ່ວມມືກັບຝລັ່ງ ເພື່ອສ້າງຮູບແບບເຈລະຈາໃໝ່ ແນໃສ່ແກ້ໄຂບັນຫາຊີຣີ, ໃນນັ້ນມີການເຂົ້າຮ່ວມຂອງບັນດາປະເທດມີຜົນສະທ້ອນ ເພື່ອຮັບປະກັນການແກ້ໄຂການປະທະກັນດ້ານການເມືອງຢູ່ປະເທດຕາເວັນອອກກາງນີ້.

        ດ້ວຍສະພາບພູມມີສັນຖານການເມືອງທີ່ສັບສົນ ແລະ ມີຄວາມສະດຸ້ງໄວຂອງຊີຣີ, ການແຊກແຊງດ້ານການທະຫານຂອງຝ່າຍຕາເວັນຕົກ ຜ່ານມາ ແນ່ນອນວ່າຈະກໍ່ໃຫ້ເກີດປະຕິກິລິຍາໃໝ່ຢ່າງຕໍ່ເນື່ອງຢູ່ຕາເວັນອອກກາງ. ໃນຈຸເວລານີ້, ທຸກຝ່າຍຄວນມີບັນດາການກະທຳຢ່າງທັນການ, ພ້ອມກັນເຈລະຈາຮ່ວມມືເພື່ອແກ້ໄຂ ບົນພື້ນຖານກົດບັດຂອງສະຫະປະຊາຊາດ, ບັນດາສົນທິສັນຍາສາກົນ. ແລະໃນຈຸດເວລານີ້, ບັນດາຝ່າຍພວມມານະພະຍາຍາມດຳເນີນການເຈລະຈາ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.