ການຮ່ວມມື

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານຕາຕັ້ງ ຕໍ່ເລຂາ ທິການໃຫຍ່ ອາຊຽນ


ໃນຕອນເຊົ້າ ວັນ​ທີ 17 ເມ​ສາ 2018 ທີ່ ກອງ​ເລ​ຂາ​ອາ​ຊຽນ ນະຄອນຫລວງຈາກາກຕາ, ອິນໂດເນເຊຍ, ທ່ານ ເອ​ກະ​ພາບ ພັນ​ທະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ສ​ປ​ປ ລາວ ປະ​ຈຳ ອາ​ຊຽນ ຄົນໃໝ່ ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ ທ່ານ ດາ​ໂຕະ ລິມ ຈ໋ອກ ຮອຍ ເລ​ຂາ​ທິ​ການ​ໃຫຍ່​ອ​າ​ຊຽນ ​ ເພື່ອ ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ​ສ​ປ​ປ ລາວ ປະ​ຈຳ​ອາ​ຊຽນ.

         ໃນ​ໂອ​ກາດ​ນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ ​ຄວາມຂອບ​ໃຈ ຕໍ່​​ທ່ານ ​ເລ​ຂາ​ທິ​ການ​ໃຫຍ່ອາຊຽນ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ ໃນ​ການ​ຍື່ນ​ສານ​ຄັ້ງ​ນີ້ ແລະ ໄດ້ສະ​ແດງ ຄວາມ​​ຍິນ​ດີ​ຕໍ່​ ທ່ານ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ຫາກໍໄດ້​ດຳ​ລົງ​ຕຳ​ແໜ່ງ​ໃໝ່  ສໍາລັບສົກ​ປີ 2018 - 2022. ພ້ອມ​ນັ້ນ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ ອັນ​ອົບ​ອຸ່ນ​ຈາກ ທ່ານ ສະເຫລີມໄຊ ກົມມະສິດ ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ມາຍັງ ທ່ານ ເລ​ຂ​າ​ທິ​ການ​ໃຫຍ່​ອາ​ຊຽນ. ​

ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຍັງ​ໄດ້​ຕີ​ລາ​ຄາ​ສູງ ແລະ ເຊື່ອ​ໝັ້ນ ຕໍ່ການຊີ້​ນຳ-ນຳ​ພາ ກອງ​ເລ​ຂາ​ອາ​ຊຽນ ​​ ຂອງ ທ່ານ ດາ​ໂຕ​ະ ລິມ ຈ໋ອກ ຮອຍ ໃນ​ຖາ​ນະ ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່ມີຫົວຄິດປະດິດສ້າງ ໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງ ໃຫ້ກອງເລຂາອາຊຽນ ໃຫ້ມີປະສິດທິພາບສູງ ໃນທ່າມກາງ ທີ່​ອາ​ຊຽນ ກໍາລັງຈັດ​ຕັ້ງ​ປະ​ຕິ​ບັດ ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.​ ພ້ອມ​ທັງຕີ​ລາ​ຄາ​ຕໍ່ບົດບາດ​ ຂອງ​ກອງ​ເລຂາ​ອາຊຽນ ​ທີ່​ຮັບຜິດຊອບການ ​ປະສານ​ງານ​ ລະຫວ່າງ​ ອົງ​ກອນຂອງ​ອາຊຽນ ​ແລະ​ ບັນ​ດາ ຂະ​ແໜງການ​ທັງ 3 ​ເສົາ​ຄໍ້າ ປະ​ຊາ​ຄົມ​ອາຊຽນ ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025. ນອກ​ຈາກ​ນີ້, ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຍັງ​ໄດ້ຊົມ​ເຊີຍ ​ກອງ​ເລຂາ​ອາຊຽນ ​​ຕໍ່ ​ການ​ຊ່ວຍ​ເຫລືອ ​ແລະ ​ໃຫ້ການ​ຮ່ວມ​ມື​ຕໍ່​ບັນດາ​ ປະ​ເທດ​ສະມາ​ຊິກ​ອາຊຽນ ຕະຫລອດ​ມາ ​ໂດຍ​ສະ​ເພາະ ໄດ້ໃຫ້​ການ​ຊ່​ວຍ​ເຫລືອ ​ທາງ​ດ້ານ​ເຕັກ​ນິກ, ວິຊາ​ການ ແລະ ຂໍ້​ມູນ ​ໃນ​ໄລ​ຍະ​ການ​ ເປັນ​ປະ​ທານ​ອາ​ຊຽນ ຂອງ ສ​ປ​ປ ລາວ ໃນ​ປີ 2016 ​ແລະ ຫວັງ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ ຈາກກອງ​ເລ​ຂາ​ອາ​ຊຽນ ໃນ​ໄລ​ຍະ​ຕໍ່​ໄປ.

ພ້ອມ​ດຽວ​ກັນນີ້, ທ່ານ ເອກອັກຄະລັດຖະ​ທູດ ກໍຍັງ​ຊຸກ​ຍູ້​ໃຫ້ ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ອາຊຽນ ​ສືບ​ຕໍ່​ສະ​ໜັບ​ສະ​​ການ​ຈັດ​ຕັ້ງ ​ແຜນປະ​ຕິ​ບັດງານ​ແຜນ​ງານຂໍ້​ລິ​ເລີ່ມ ​ເພື່ອ​​ການ​ເຊື່ອມ​ໂຍງ​ອາ​ຊຽນ ສະ​ບັບທີ 3 ແລະ ແຜນ​ແມ່​ບົດ ​ເພື່ອ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025 ເພື່ອແນ່ໃສ່ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ພາຍໃນອາຊຽນ. ພ້ອມ​ທັງຊຸກຍູ້​ໃຫ້​ກອງ ​ເລ​ຂາ​ອາ​ຊຽນ ສືບຕໍ່ຂົນຂວາຍ ​ບັນ​ດາ​ຄູ່​ເຈ​ລະ​ຈາ ແລະ ຄູ່ຮ່ວມພາຍນອກ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ ບັນ​ດາ​ໂຄງ​ການ​ຝຶກ​ອົບ​ຮົ​ມ​ ໃຫ້​ນັກ​ການ​ທູດ​ໜຸ່ມ​ນ້ອຍ ​ຂອງປະ​ເທດ​ອາ​ຊຽນ​ໃໝ່ (CLMV) ເນື່ອງ​ຈາກວ່າ ເປັນ​ໂຄງ​ການ​ທີ່​ສຳ​ຄັນ ສຳ​ລັບ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ໃນ​ໄລ​ຍະ​ຍາວ. ກ​ານ​ຕ້ອນ​ຮັບ​ຂອງ ທ່ານ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ໃນ​ຄັ້ງ​ນີ້ ແມ່ນ​ເຕັ​ມ​ໄປ​ດ້ວຍ​ ຄວາມ​ອົບ​ອຸ່ນ ແລະ ສະ​ໜິດ​ສະ​ໜົມ ພ້ອມ​ທັງເຫັນ​ດີ ​ຕໍ່​ຄຳ​ສະ​ເໜີ ຂອງ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະທູດ ແລະ ​ໄດ້​ຍືນຍັນ​ວ່າ ​ໃນ​ໄລ​ຍະ​ຜ່ານ​ມາ ສ​ປ​ປ ລາວ ກໍໄດ້​ປະ​ກອບ​ສ່ວນຢ່າງຫລວງຫລາຍ ໃນການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ຕ​ະຫລອ​ດ​ມາ. ພ້ອມນີ້, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ຍັງ​ໄດ້​ຊົມ​ເຊີຍ​ ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ ສ​ປ​ປ ລາວ ວ່າ​ມີ ​ລະ​ດັບການຂະຫຍາຍຕົວທີ່​ດີ ແລະ ໝັ້​ນ​ຄົງ, ພ້ອ​ມ​ທັ​ງໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫລືອ​ຕໍ່ ສ​ປ​ປ ລາວ ໃນ​ໄລ​ຍະ​ຕໍ່​ໄປ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.