ແຂວງໄຊຍະບູລີ

ດ້ວຍຄວາມເປັນຫ່ວງເປັນໄຍ ທ່ານເຈົ້າແຂວງ ໄຊຍະບູລີ ລົງໂອ້ລົມປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດ


ໃນຕອນເຊົ້າຂອງວັນທີ 18 ເມສາ ປີນີ້, ທ່ານ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍພັນລະຍາ ໄດ້ລົງພົບປະປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດລົມພະຍຸພັດ ຢູ່ 3 ບ້ານຂອງເມືອງ ພຽງ ແຂວງ ໄຊຍະບູລີ.


 ໃນລະຫວ່າງວັນທີ 30 ມີນາ ຫາ ວັນທີ 1 ເມສາ 2018 ນີ້ ໄດ້ເກີດມີລົມພະຍຸລະດູຮ້ອນພັດເຂົ້າເຂດທີ່ຢູ່ອາໄສຂອງປະຊາຊົນເມືອງ ພຽງ ໄດ້ຮັບຜົນກະທົບ 3 ບ້ານຄື: ບ້ານ ນາໂສມໃຫຍ່, ບ້ານ ນາຊິງ ແລະ ບ້ານ ນາຕານ, ເຮືອນເປ່ເພ 303 ຫຼັງ, ໂຮງຮຽນ 2 ຫຼັງ, ຫ້ອງປະຊຸມບ້ານ 2 ຫຼັງ ແລະ ໂຮງສີເຂົ້າ 1 ຫຼັງ, ມີຄົນຖືກບາດເຈັບນຳສົ່ງໂຮງໝໍ 1 ຄົນ, ມູນຄ່າເສຍຫາຍ 1,74 ຕື້ກີບ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງໄດ້ໂອ້ລົມຕໍ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດດັ່ງກ່າວ, ທ່ານໄດ້ເນັ້ນໃຫ້ປະຊາຊົນເລັ່ງສ້ອມແປງເຮືອນຊານທີ່ຢູ່ອາໄສໃຫ້ສຳເລັດ, ເລັ່ງໃຫ້ຂໍ້ມູນທີ່ເສຍຫາຍໃຫ້ເຈົ້າໜ້າທີ່-ທີ່ກ່ຽວຂ້ອງໃຫ້ວ່ອງໄວ, ເອົາໃຈໃສ່ຮັກສາຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວກັນ, ຊີ້ນຳ ແລະ ນຳພາລູກບ້ານໃຫ້ສືບຕໍ່ທຳການຜະລິດກະສິກຳໃຫ້ຫຼາຍກາຍເປັນສິນຄ້າ ເພື່ອນຳພາຄອບຄົວໃຫ້ຮັ່ງມີເຂັ້ມແຂງ.

ພ້ອມດຽວກັນກໍ່ຊ່ວຍເປັນຫູເປັນຕາໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອາລະວາດໃນຄອບຄົວ ແລະ ບັນຫາອື່ນ ທັງນີ້ກໍ່ເພື່ອເຮັດສັງຄົມມີຄວາມສະຫງົບໂດຍພື້ນຖານພ້ອມດຽວກັນທ່ານ ເຈົ້າແຂວງ ກໍ່ໄດ້ມອບເງິນຊ່ວຍເຫຼືອໃຫ້ປະຊາຊົນທີ່ຖືກຜົນກະທົບ ຈໍານວນ 30 ລ້ານກີບ.

ແຫຼ່ງຂ່າວ:ຫ້ອງວ່າການແຂວງ ໄຊຍະບູລີ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.