ຂ່າວທ່ອງທ່ຽວ

ວັດຖໍ້າອຸຕຸມຄໍາ ແຫຼ່ງທ່ອງທ່ຽວແຫ່ງໃໝ່ໃນເມືອງຊຽງຮ່ອນ



ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດພິທີເປີດແຫຼງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຜົ່າ ຕິດພັນກັບປີີທ່ອງທ່ຽວລາວ ໃນວັນທີ 18 ເມສາ 2018 ນີ້ ຢູ່ວັດຖໍ້າອຸຕຸມຄໍາ ບ້ານຂິ່ງ ເມືອງຊຽງຮ່ອນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ມີ ທ່ານ ສໍາລານ ແປງສະຫວ່າງ ເຈົ້າເມືອງໆຊຽງຮ່ອນ, ມີການນໍາຂັ້ນແຂວງ, ເມືອງ, ບັນດາເມືອງອ້ອມຂ້າງ, ອຳນາການປົກຄອງບ້ານ, ນັກທຸລະກິດພໍ່ຄ້າຊາວຂາຍຕະຫລອດຮອດມ່ວນຊົນເຂົ້າຮ່ວມ.



ໃນພິທີ ທ່ານ ສໍາລານ ແປງສະຫວ່າງ ເຈົ້າເມືອງໆຊຽງຮ່ອນ ໄດ້ຂື້ນກ່າວເປີດແຫຼງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຜົ່າຂື້ນວັດຖ້ຳອຸຕຸມຄຳ ໂດຍສະຖານທີ່ທ່ອງທ່ຽວແຫ່ງນີ້ແມ່ນຕິດພັນກັບວິໄສທັດຂອງເມືອງທີ່ວ່າ ສ້າງເມືອງຊຽງຮ່ອນ ໃຫ້ກາຍເປັນເມືອງຜະລິດກະສິກຳເປັນສິນຄ້າ ຕິດພັນກັບອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ ສົ່ງເສີມຫັດຖະກຳທີ່ເປັນມູນເຊື້ອ ບໍລິການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳເຜົ່າ.



ວັດຖໍ້າອຸຕູມຄຳ ເປັນຖໍ້າທຳມະຊາດ ທີ່ເກີດຂື້ນມາແຕ່ດຶກດຳບັນ ຕາມການສັນນິຖານເກີດຂື້ນມາຫຼາຍ ພັນປີແລ້ວມີປ່າໄມ້ປົກຄຸມ 16 ເຮັກຕາ ເໝາະສົມໃນການນັ່ງຫລີ້ນ, ພັກຜ່ອນ ແລະ ເປັນບ່ອນສັກກະລະບູຊາ ຈຶ່ງໄດ້ເປີດສະຖານທີ່ດັ່ງກ່າວເປັນບ່ອນທ່ອງທ່ຽວທຳມະຊາດຂອງເມືອງ ເພື່ອໂຄສະນາປະຊາສຳພັນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ມາຮູ້ຈັກສະຖານທີ່ທ່ອງທ່ຽວທຳມະຊາດແຫ່ງນີ້ນັບມື້ຫຼາຍຂຶ້ນ.



 ພາຍໃນງານຄະນະປະທານແຂກຖືກເຊີນໄດ້ຮ່ວມລັ່ນຄ່ອງ 9 ບາດ ຕັດແຖບຜ້າເປີດງານພ້ອມເຂົ້າຊົມການສະແດງສິນລະປະວັນນະຄະດີຂອງນ້ອງນ້ອຍນັກຮຽນ, ການປະກວດອາຫານພື້ນບ້ານແຕ່ລະບ້ານ, ທ່ຽວຊົມການວາງສະແດງສິນຄ້າຫັດຖະກໍາ ແລ ະ ທ່ຽວຊົມສະຖານທີ່ດັ່ງກ່າວດ້ວຍບັນຍາກາດມ່ວນຊື່ນ





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.