ຂ່າວຮ້າຍ

ລົດຈັກລົດໃຫຍ່ກອງກັນອະຍະ ຫຼັງຢຽບຂົວຫັກຄາທີ່




ເວລາປະມານ 14:00 ໂມງ ຂອງວັນທີ 19 ເມສາ 2018 ເກີດເຫດຂົວເຫຼັກ ບ້ານຕາແຫຼວ ເມືອງຈຳພອນ ແຂວງສະຫວັນນະເຂດຫັກ ຍ້ອນລົດບັນທຸກ 12 ລໍ້ຕ່າງລົກຈັກຄັນໜຶ່ງແລ່ນຂ້າມຂົວ.




ທັນໃດທີ່ 12 ລໍ້ຢຽບເຂົ້າ ເຮັດໃຫ້ຂົວຮັບນ້ຳໜັກບໍ່ໄຫວງ່ຽງລົງກັບບາດ ແລະລົດກໍ່ຕົກມະລຸ່ງຕຸ່ງນັ່ງລົງກອງກັນກັບພື້ນ  ໂຊກດີບໍ່ມີຄົນເສຍຊີວິດ, ທັ້ງນີ້ຍ້ອນຂົວເຫຼັກແຫ່ງນີ້ແມ່ນໄດ້ສ້າງມາດົນມີສະພາບເກົ່າຊຸດໂຊມຫຼາຍ ປະສົມກັບລົດບັນທຸກທີ່ມີນ້ຳໜັກເກີນມາຢຽບຊ້ຳຈິ່ງຈົບລົງທີ່ການຍຸບກັບພື້ນ.








-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.