ກີລາ

ຟຸກ ເສກສັນ ໄຊສະນັ່ນ ຊາຍແບບຫນ້າຕາດີຈາກຄ້າຍfirstmodelinglao ກຽມເຂົ້າແຂ່ງຂັນ ພາຣາໄກດິງ ແລະ ພາຣາມໍເຕີ ໃນກິລາອາຊຽນເກມ ທີ່ອິນໂດເນເຊຍ


ແຟນໆຫຼາຍຄົນຮູ້ຈັກ ເສກສັນ ໄຊສະນັ່ນ (ຟຸກ) ໃນນາມຄົນວົງການບັນເທີງໂດຍສະເພາະຊາຍແບບຂອງຄ້າຍfirstmodelinglao ແຕ່ທ່ານອາດຕ້ອງຕະລຶງ ເມື່ອາູ້ວ່າຫນຸ່ມຟຸກ ເປັນນັກກີລາພາຣາໄກດິງ&ພາຣາມໍເຕີ ໂດຍປັດຈຸບັນກຳລັງເລັ່ງຝຶກຊ້ອມຢ່າງຫນັກເພື່ອເຂົ້າຮ່ວມແຂ່ງຂັນກີລາ ອາຊຽນເກມທີ່ປະເທດອິນໂດເນເຊຍເປັນເຈົ້າພາບລະຫວ່າງວັນທີ18 ສິງຫາ ເຖິງ 9 ກັນຍາ 2018.


ຫນຸ່ມຟຸກ ເສກສັນ ໄຊສະນັ່ນ ກ່າວກັບລາວອັບເດດວ່າ:  ສະບາຍດີ ນ້ອງຊື່ ເສກສັນ ໄຊສະນັ່ນ (ຟຸກ) ອາຍຸ21ປີ ເປັນນັກກິລາພາຣາໄກດິງ ແລະ ພາຣາມໍເຕີ ຂອງ ທີມວຽງຈັນພາຣາມໍເຕີ Vientiane Paramotor ແລະ ສະຫະພັນກິລາທາງອາກາດແຫ່ງຊາດ Lao Air sport ...





ຟຸກເປັນຜູ້ໜຶ່ງທີ່ມັກໃນການບິນຢູ່ແລ້ວຈຶ່ງມີຄວາມສົນໃຈໃນການຫລິ້ນກິລານີ້ເຊິ່ງເປັນກິລາໃໝ່ສຳລັບບ້ານເຮົາຟຸກເອງກໍ່ມັກກິລາທີ່ທ້າທາຍເພາະເປັນກິລາທີ່ໃຊ້ທັດສະແລະສະມາທິສູງ.


ຟຸກເລີ່ມຊ້ອມກິລາພາຣາໄກດິງແລະພາຣາມໍເຕີ ໄດ້2ປີແລ້ວ ຈະຊ້ອມຊວງເວລາວ່າງຈາກການເຮັດວຽກ, ສະຖານທີ່ຊ້ອມແມ່ນ ສະໜາມບິນໂຄກສາ(ຫລັກ35),ຫາດຊາດແຄມຂອງ,ບາງຄັ້ງກໍ່ຈະໄປຊ້ອມນອກນະຄອນຫລວງ ເຊັ່ນ: ຊຽງຂວາງ,ຜ່າຕາກເສື້ອ ໜອງຄາຍ (ປະເທດໄທ).



 ໃນໄວໆນີ້ຟຸກ ແລະ ທີມງານກໍ່ມີການຊ້ອມເພື່ອກະກຽມເຂົ້າຮ່ວມແຂ່ງຂັນກິລາອາຊຽນເກມ ທີ່ປະເທດອິນໂດເນເຊຍ ໃນເດືອນສິງຫານີ້ ເຊິ່ງເປັນຄັ້ງທຳອິດໃນການເຂົ້າຮ່ວມຂອງປະເທດລາວເຮົາ.
ທີ່ຜ່ານມາທີມງານເຮົາກໍ່ເຄີຍເຂົ້າຮ່ວມມາແລ້ວຫລາຍລາຍການໃນປະເທດເພື່ອນບ້ານເຮົາແລະສາມາດຄວ້າລາງວັນໄດ້.



ສຸດທ້າຍນີ້ຟຸກເອງກໍ່ຢາກຝາກເຖິງໃຜທີ່ສົນໃຈໃນກິລາພາຣາໄກດິງແລະພາຣາມໍເຕີນີ້ ກໍ່ສາມາດມາສະໝັກເປັນນັກກິລານຳທີມງານວຽງຈັນພາຣາມໍເຕີ Vientiane Paramotor ເພາະພວກເຮົາຍັງຕ້ອງການນັກກິລາຫລາຍຢູ່ເພື່ອຝຶກຊ້ອມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ.







ແຫລ່ງທີ່ມາFook Saksun Saisananh
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.