​ ກິລາພາຍໃນ

ເພີ່ມຂຶ້ນ 1 ທີມ? ລາວພຣີເມຍລີກ 2018 ມີ 9 ທີມຮ່ວມຊີງໄຊ, ມີນ້ອງໃໝ່ 4 ທີມ


    ການແຂ່ງຂັນບານເຕະ ລາວພຣີເມຍລີກ ລະດູການ 2018 ກໍານົດເປີດສາກຂື້ນ ໃນເດືອນກຸມພາ 2018 ໂດຍມີການເປີດເຜີຍຈາກເຟສ Ks Xaiyavong ວ່າມີທີມ ນ້ອງໃໝ່ 4 ທີມ ແລະ ທີມເກົ່າອີກ 5 ທີມລວມເປັນ 9 ທີມ.

#ຈຳນວນ9ສະໂມສອນປະກອບມີ:
1.ສະໂມສອນ ລາວໂຕໂຍຕ້າ
2.ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ
3.ສະໂມສອນ ດີເຄ ເອັຟຊີ
4.ສະໂມສອນ ສະຫວັນ ຢູໄນເຕັດ
5.ສະໂມສອນ ນະຄອນຫຼວງ ຢູໄນເຕັດ
6.ສະໂມສອນ ກອງທັບ ເອັຟຊີ
7.ສະໂມສອນ ຊ້າງນ້ອຍ ເອັຟຊີ
8.ສະໂມສອນ ມາສເຕີເຊເວັ້ນ ເອັຟຊີ
9.ສະໂມສອນ ແຂວງຫຼວງພະບາງ ເອັຟຊີ

   ຢ່າງໃດກໍ່ຕາມ, ສະຫະພັນບານເຕະແຫ່ງຊາດລາວ ຍັງບໍ່ມີການຖະແຫຼງການຢ່າງເປັນທາງການເທື່ອ, ແຕ່ກໍ່ມີການຢືນຢັນວ່າຈະບໍ່ຫຼຸດ 8 ທີມ ເຊິ່ງຕ້ອງຕິດຕາມກັນຕໍ່ໄປວ່າ ສຸດທ້າຍແລ້ວ ລາວພຣີເມຍລີກ 2018 ຈະມີທີມເຂົ້າຮ່ວມຈັກທີມກັນແທ້.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.