LU03

ອາຊຽນມາແຮງ! ທີມຊາດຫວຽດນາມ ຫັກປາກາຊຽນບຽດຊະນະເຕັງແຊັມ ໃນບານເຕະຊີງແຊັມອາຊີ ຢູ 23


   ຖືວ່າລີກແຂງສົ່ງຜົນໃຫ້ທີມຊາດກໍ່ແຂງແກ່ນໄປຕາມໆກັນ ເພາະໄລຍະນີ້ ລີກຫວຽດນາມ ກໍາລັງມາແຮງ ຈົນເຮັດໃຫ້ ທີມຊາດຫວຽດນາມ ສ້າງປະຫວັດສາດກາຍເປັນທີມທໍາອິດໃນອາຊຽນ ທີ່ສາມາດຫັກປາກກາຊຽນຢ່າງ ອົດສະເຕຣເລຍ ທີ່ເປັນອີກເຕັງແຊັມ ໃນການແຂ່ງຂັນບານຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ ໃນວັນທີ 14 ມັງກອນ 2018.

   ການແຂ່ງຂັນເປັນ ອົດສະຕຣາລີ ທີ່ຄຸມເກມໄດ້ເໜືອກວ່າ ແຕ່ໂອກາດ ແລະ ຈັງຫວະການຍິງປະຕູທັງສອງທີມເຮັດໄດ້ໃກ້ຄຽງກັນ, ແຕ່ເປັນ ຫວຽດນາມ ທີ່ມາໄດ້ປະຕູໄຊຈາກ ຫງຽນ ກວາງໄຫ່ ນາທີໆທ 72 ຈາກການຍິງໄກຂອກເຂດໂທດ ບານສະແລັບກອງຫຼັງຂອງ ອົດສະເຕຣເລຍ ປ່ຽນທາງເຂົ້າປະຕູໄປ ກ່ອນຈົບການແຂ່ງຂັນໄປ.

   ຈາກຜົນດັ່ງກ່າວ ເຮັດໃຫ້ ຫວຽດນາມ ມີໂອກາດທີ່ຈະເຂົ້າຮອບ ຖ້າຫາກສາມາດເອົາຊະນະ ຊີເຣຍ ໄດ້ໃນນັດຕໍ່ໄປ ເນື່ອງຈາກ ອົດສະເຕຣເລຍ ກັບ ສ ເກົາຫຼີ້ ຈະໄປຕັດສິນກັນເອງໃນນັດສຸດທ້າຍ.

   ສໍາລັບ ທີມຈາກອາຊຽນ 3 ທີມທີ່ຜ່ານເຂົ້າຮອບສຸດທ້າຍຂອງບານເຕະ ຊີງແຊັມອາຊຽນ ຢູ 23 ໂດຍມີພຽງ ຫວຽດນາມ ທີ່ເກັບໄຊຊະນະໄດ້ ໂດຍນັດທໍາອິດເສຍໃຫ້ ຍີ່ປຸ່ນ ຫວຸດຫວິດ 1-2 ແລະ ນັດທີ 2 ຊະນະ ອົດສະເຕຣເລຍ, ສ່ວນ ມາເລເຊຍ ສະເໝີ 1 ແລະ ເສຍ 1 ນັດ. ຂະນະທີ່ ໄທ ເສຍ 2 ນັດລວດ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.