ເກົາຫຼີເໜືອ

ສປປ ເກົາຫຼີ ກ່າວຫາ ອາເມລິກາ ກີດຂວາງການໄກ່ເກ່ຍລະຫວ່າງ 2 ພາກເກົາຫຼີ


(VOVWORLD)ວັນທີ 13 ມັງກອນ, ສປປ ເກົາຫຼີ ກ່າວຫາ ອາເມລິກາ ພວມຊອກຫາມາດຕະການ
ມ້າງທຳລາຍວິກິດການໄກ່ເກ່ຍທີ່ຫາກໍ່ເລີ່ມເຄື່ອນໄຫວຄືນໃໝ່ໃນການພົວພັນລະຫວ່າງ 2 ພາກເກົາຫຼີ.


ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ ມີບົດນຳໃຫ້ຮູ້ວ່າ: ອາເມລິກາ ປະກາດ ແຜນການຜັນຂະຫຍາຍກ່ຳປັ່ນ Ronald Reagan ໄປຍັງ ຍີ່ປຸ່ນ ແລະ ກ່ຳປັ່ນ Carl Vinson ໄປຍັງ ແຫຼມ ເກົາຫຼີ, ຄຽງຂ້າງບັນດາອາວຸດຍຸດທະສາດອື່ນໆ ແລະ ເພີ່ມທະວີທະຫານ
ເປັນຈຳນວນຫຼາຍໄປເຖິງ ສ. ເກົາຫຼີ.


ບົດໜັງສືພິມເນັ້ນໜັກວ່າ: “ບັນດາການກະທຳດັ່ງກ່າວແມ່ນການເກາະຜິດດ້ານການທະຫານ
ເຊິ່ງບໍ່ອາດສາມາດຮັບຮູ້ໄດ້, ເພື່ອແນໃສ່ທຳລາຍສະພາບການທີ່ຫາກໍ່ໄດ້ຮັບການປັບປຸງຂອງການພົວ
ພັນລະຫວ່າງ 2 ພາກເກົາຫຼີ, ຕ້ານຄວາມມຸ່ງມາດປາດຖະໜາ ແລະ ຄຳຮຽກຮ້ອງຂອງຫາງສຽງພາຍໃນ ແລະ ຕ່າງປະເທດກ່ຽວກັບການໄກ່ເກ່ຍ ແລະ ສັນຕິພາບໃນແຫຼມ ເກົາຫຼີ.”

-ປະມວນພາບບພົບປະລະດັບສູງຂອງສອງພາກເກົາຫລີ ໃນອາທິດຜ່ານມາ






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.