ແຕ່ງຕັ້ງຫນ້າທີ່

ນະຄອນຫຼວງວຽງຈັນ ປັບຕຳແຫນງ 2 ຫົວຫນ້າພະແນກ ແລະ 2 ເຈົ້າເມືອງ


ໃນວັນທີ 12 ມັງກອນ 2018 ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງ
ວຽງຈັນ ຊຸດທີ I ໄດ້ສະເໜີພິຈາລະນາຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນ ໃນກົງຈັກການປົກຄອງ ນະຄອນຫຼວງວຽງຈັນ ທັງນີ້,ກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງອົງການປົກຄອງນະຄອນ
ຫຼວງວຽງຈັນ ມີຄວາມສອດຄ່ອງ ແລະ ແທດເໝາະກັບຄວາມຕ້ອງການຂອງບຸກຄະລາກອນ ເພື່ອຮັບໃຊ້ໃຫ້ແກ່ພັດທະນານະຄອນຫຼວງວຽງຈັນໄລຍະໃໝ່.

ໃນນີ້, ໄດ້ມີການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກຈຳນວນໜຶ່ງ ເພື່ອໃຫ້ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຮັບຮອງເອົາ ເຊັ່ນ:
 1. ແຕ່ງຕັ້ງ ທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງໆຫາດຊາຍຟອງ ເປັນຫົວໜ້າພະ
ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ;
 2. ແຕ່ງຕັ້ງ ທ່ານ ທະວີໄຊ ເໝົາຊົມພູ ຮອງເຈົ້າເມືອງໆໄຊເຊດຖາ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວງຈັນ.

ສຳລັບການແຕ່ງຕັ້ງປ່ຽນແທນເຈົ້າເມືອງຜູ້ທີ່ໄດ້ຮັບການຍົກຍ້າຍນັ້ນ ຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ມີມະຕິຕົກລົງ ສະບັບເລກທີ 001/ຈ.ສພ.ນວ, ລົງວັນທີ 11 ມັງກອນ 2018 ຮັບຮອງແລ້ວ ເຊັ່ນ:
1. ຮັບຮອງເອົາ ທ່ານ ດາວເພັດ ດາລຸນ ເປັນເຈົ້າເມືອງໆສັງທອງ;
 2. ຮັບຮອງເອົາ ທ່ານ ແກ່ນ ວໍລະສານ ເປັນວ່າການແທນເຈົ້າເມືອງໆຫາດຊາຍຟອງ.

ໃນທີ່ປະຊຸມໄດ້ເຫັນດີຮັບຮອງເອົາຕາມການສະເໜີຂອງອົງການປົກຄອງນະຄອນຫຼວງວຽງຈັນ ດ້ວຍຄະແນນສຽງສ່ວນຫຼາຍ.


ແຫລ່ງທີ່ມາຈາກ ຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

1 comments:

Powered by Blogger.