ໃນວັນທີ 11-12 ຈະມີງານປະກວດນາງສັງຂານ ປະຈຳປີ ພສ 2561 ຢູ່ເດີນທາດຫລວງ. ມື້ນີ້ແອັດມີນຈິງນຳເອົາ ຮູບນາງສັງຂານຫຼວງພະບາງພສ 2560 ມາໃຫ້ເບິ່ງອີກຄັ້ງ ກ່ອນທີ່ຈະມີການປະກວດນາງສັງຂານພສ 2561ໃນອີກບໍ່ດົນນີ້.
ອີງຕາມປະເພນີທີ່ສືບເນື່ອງ ມາແຕ່ບູຮານນະການ ບຸນປີໃໝ່ລາວ ແກ່ຍາວ 3 ວັນຄື: ວັນສັງຂານໄປ ຫລື ວັນສັງຂານລ່ວງ ໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນເນົາ ໝາຍເຖິງວັນລະຫວ່າງ ກາງ ແລະ ວັນ ສັງຂານຂຶ້ນ ແມ່ນວັນເລີ່ມຕົ້ນ ຂອງປີໃໝ່ນັ້ນເອງ
ກ່ຽວກັບວັນ ບຸນປີໃໝ່ລາວ ຫລື ວັນສົງການນີ້ ມີນິທານເລື່ອງໜຶ່ງໄດ້ກ່າວໄວ້ວ່າ: ກາລະຄັ້ງໜຶ່ງນານມາແລ້ວ ມີລູກ ເສດຖີຄົນໜຶ່ງ ຊື່ ທຳມະປະລະກຸມມານ ຫລື ເອີ້ນວ່າ ທຳມະບານເປັນ ຄົນມີຄວາມຮູ້, ສະຫລາດຫລັກແຫລມ ແລະ ສາມາດເຂົ້າໃຈ ພາສານົກໄດ້. ລາວໄດ້ອອກທ່ຽວ ສອນທຳມະ ແລະ ຄວາມຮູ້ ໃຫ້ແກ່ປວງຊົນທັງຫລາຍ ເຊິ່ງເຮັດໃຫ້ຄົນທັງ ຫລາຍສັດທາ ແລະ ເຄົາລົບນັບຖືຈົນ ມີຊື່ສຽງເລືອງລືໄປທົ່ວພິພົບຈົນ ເຮັດໃຫ້ພະຍາ ກະບິນລະພົມ ຢາກທົດສອບຄວາມ ສະຫລາດຂອງ ທຳມະປະລະກຸມມານ. ພະຍາກະບິນລະພົມ ຈຶ່ງໄດ້ສະເດັດລົງ ມາຫາທຳມະປະລະກຸມມານ ແລະ ຕັ້ງຄຳຖາມຂຶ້ນ 3 ຂ້ໍ ຄື: 1) ຕອນເຊົ້າສີລິ ຂອງຄົນຢູ່ໃສ ? 2) ຕອນທ່ຽງສີລິຂອງຄົນຢູ່ໃສ ? ແລະ 3). ຕອນກາງຄືນ ສີລິຂອງຄົນຢູ່ໃສ? ໂດຍວາງເງື່ອນໄຂໄວ້ວ່າ: ຖ້າຕອບ ບໍ່ໄດ້, ພະຍາ ກະບິນລະພົມ ຈະຕັດ ຫົວທ້າວ ທຳມະປະລະກຸມມານ; ຖ້າຫາກວ່າຕອບໄດ້ ພະຍາກະ ບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາແກ່ທ້າວ ທຳມະປະລະກຸມານ ໄປຄົ້ນຄິດ 7 ວັນ
ພໍເຖິງວັນຖ້ວນ 3 ທ້າວ ທຳມະປະລະ ກຸມມານ ກໍຍັງຄິດຫາຄຳຕອບ ບໍ່ໄດ້ຈຶ່ງຄິດວ່າຕົນ ຈະຕ້ອງຕາຍຍ້ອນ ຄົມດາບຂອງ ພະຍາກະບິນລະພົມ ເພື່ອປະໂຫຍດອັນ ໃດຕົນຈະໜີໄປ ຕາຍເອົາດາບໜ້າ ຈະບໍ່ດີກວ່າບໍ. ເວົ້າແລ້ວລາວ ກໍ່ອອກເດີນທາງ, ພໍຮອດຍາມຄ່ຳລາວ ໄດ້ໄປນອນຢູ່ກ້ອງຕົ້ນຕານ, ກໍ່ບັງເອີນໄດ້ຍິນນົກ ອິນຊີຜົວເມຍຄູ່ໜຶ່ງ ເຊິ່ງອາໄສຢູ່ ເທິງຕົ້ນຕານລົມກັນ. ນົກຕົວເມຍ ຖາມ ຜົວວ່າ ມື້ອື່ນນີ້ພວກເຮົາ ຈະເອົາອັນໃດ ມາເປັນອາຫານ, ນົກຕົວ ຜົວຈຶ່ງຕອບວ່າ ຈະໄດ້ກິນຊາກສົບ ຂອງ ທຳມະປະລະກຸມມານທີ່ພະຍາ ກະບິນລະພົມ ຈະຂ້າເພາະຕອບຄຳ ຖາມບໍ່ໄດ້. ເມື່ອນົກຕົວເມຍຖາມວ່າ ຄຳຖາມນັ້ນເປັນຄືແນວໃດ ນົກຕົວ ຜູ້ກໍເລີຍເວົ້າສູ່ເມຍຟັງ ແລະ ບອກ ຄຳຕອບພ້ອມຄື: ຕອນເຊົ້າສີລິຂອງ ຄົນຢູ່ທີ່ໜ້າ. ດັ່ງນັ້ນ, ຄົນທັງຫລາຍ ຈິ່ງເອົານ້ຳສວ່າຍໜ້າ, ຍາມທ່ຽງສີລິ ຂອງຄົນຢູ່ເອິກຄົນທັງຫລາຍ ຈຶ່ງເອົານ້ຳ ແລະ ຂອງຫອມລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນຄົນ ທັງ ຫລາຍຈຶ່ງເອົານ້ຳ ລ້າງຕີນກ່ອນ ເຂົ້ານອນ. ເມື່ອທຳມະປະລະກຸມມານ ໄດ້ຍິນດັ່ງນັ້ນ ກໍຈື່ຈຳເອົາແລ້ວ ກໍ່ຕ່າວກັບຄືນ ມາຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ ໃນວັນຕໍ່ມາ
ດັ່ງນັ້ນ, ພະຍາກະບິນລະພົມ ຈຶ່ງຕ້ອງໄດ້ຕັດຫົວ ຂອງຕົນເອງດັ່ງທີ່ ໄດ້ວາງ ເງື່ອນໄຂໄວ້. ກ່ອນຕັດຫົວ ຂອງຕົວເອງ ພະຍາກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າ ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ; ຖ້າຫົວຂອງພໍ່ຫາກຕົກລົງ ໃສ່ແຜ່ນດິນໄຟ ກໍຈະໃໝ້ໂລກ; ຖ້າໂຍນຂຶ້ນໄປເທິງຟ້າ ກໍຈະເກີດໄພ ແຫ້ງແລ້ງ; ຖ້າ ຖິ້ມລົງໃນ ມະຫາສະມຸດນ້ຳ ກໍຈະແຫ້ງ. ດັ່ງນັ້ນ, ໃຫ້ພວກລູກທັງ 7 ຄົນ ເອົາພາພານມາ ຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນ ໄປຕັ້ງໄວ້ໃນຖ້ຳຄັນ ທະທຸລີທີ່ພູເຂົາ ໄກລາດ ແລະ ບູຊາດ້ວຍເຄື່ອງສັກກາລະທິບຕ່າງໆ ດ້ວຍເຖີ້ນ. ເມື່ອຄົບຮອບເວລາ ໃນແຕ່ລະປີດັ່ງວັນປີໃໝ່ ຫລື ວັນສັງຂານລູກສາວ ທັງ 7 ກໍປ່ຽນຜຽນກັນ ຕາມລຳດັບພາບໍລິວານ ແລະ ເທບພະຍະດາ ທັງຫລາຍມາເຊີນ ເອົາຫົວຂອງພະຍາ ກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອ້ອມ ເຂົາພະສຸເມນ.
ຫລັງຈາກນັ້ນ, ຂະ ບວນກໍນຳຫົວ ຂອງພະຍາ ກະບິນລະພົມ ໄປໄວ້ທີ່ເດີມ. ສະນັ້ນ, ເພິ່ນຈຶ່ງເອີ້ນລູກ ສາວທັງ 7 ຂອງພະຍາ ກະບິນລະພົມ ວ່າ ນາງ ສັງຂານ ແຕ່ນັ້ນມາ. ນາງ ສັງຂານ ທັງ 7 ນີ້ ສະເດັດມາ ໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນ ສັນຍະລັກໃຫ້ແກ່ ແຕ່ລະ ວັນເຊັ່ນ ວ່າ ນາງ ສັງຂານ ຜູ້ທີ່ເປັນສັນຍະລັກ ໃຫ້ ແກ່ວັນເສົາ ແມ່ນ ນາງ ມະໂນທອນທັດ ດອກຜັກຕົບ, ລາວມັກຊີ້ນຊາຍ (ສັດປະເພດຟານ) ມີອາວຸດ ຄື ມືຂວາຖືກົງຈັກ ມືຊ້າຍຖືຕຣີສູນ (ຫອກສາມງ່າມ) ພາຫະນະ ແມ່ນນົກຍຸງ; ວັນອາທິດຊື່ ວ່ານາງ ທຸງ ສະເທວີ ມັກກິນໝາກເດື່ອເປັນອາ ຫານຖືອາວຸດ ຄືມືຂວາຖືກົງຈັກ ມືຊ້າຍຖືສັງ (ຫອຍສັງ) ແລະ ພາຫະນະແມ່ນຄຸດ. ສັນຍະລັກຂອງ ວັນຈັນ ແມ່ນ ນາງ ໂຄຣາຄະທັດ ດອກກາງຂອບ (ແມ່ນຊື່ ຂອງດອກໄມ້ ຊະນິດໜຶ່່ງ) ເຄື່ອງປະ ດັບ ເປັນແກ້ວ ແລະ ມຸກ, ອາຫານ ໄດ້ແກ່ນ້ຳນົມ ໃນມືຖືພະຂັນ (ດາບ) ມືຊ້າຍຖືໄມ້ເທົ້າ, ພາຫະນະແມ່ນເສືອ; ວັນອັງຄານ ແມ່ນນາງຣາກ ສະທັດດອກບົວຫລວງ ພ້ອມດ້ວຍ ເຄື່ອງປະດັບແກ້ວໂມຣາ, ອາຫານ ແມ່ນໂລຫິດ (ເລືອດ) ມືຂວາຖື ຕຣີ ສູນ ມືຊ້າຍຖືທະນູພາຫະນະ ແມ່ນໝູ.
ສັນຍະລັກຂອງວັນພຸດ ແມ່ນ ນາງ ມຸນທາທັດ ດອກຈຳປາ ພ້ອມດ້ວຍເຄື່ອງປະດັບ ແກ້ວພິທູນ, ອາຫານແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍຖືໄມ້ເທົ້າ ພາຫະນະແມ່ນລໍ. ສັນຍະລັກ ຂອງວັນພະຫັດ ແມ່ນ ນາງ ກິຣິນີທັດ ດອກມົນທາ (ແມ່ນຊື່ຂອງດອກໄມ້ ຊະນິດໜຶ່ງ) ພ້ອມດ້ວຍເຄື່ອງປະດັບ ແກ້ວມໍລະກົດ,ອາຫານ ແມ່ນຖົ່ວ-ງາ, ມືຂວາຖືຂໍ, ມືຊ້າຍຖືປືນ ພາຫະນະແມ່ນຊ້າງ. ສັນຍະລັກ ຂອງວັນສຸກ ແມ່ນ ນາງ ກິມິທາທັດ ດອກຈັງກອນ ພ້ອມດ້ວຍເຄື່ອງປະດັບ ແກ້ວບຸດ ສະຣາຄຳ, ອາຫານແມ່ນກ້ວຍນ້ຳ, ອາວຸດໃນມືຂວາ ແມ່ນພະຂັນ, ມືຊ້າຍຖືພິນ, ພາຫະນະແມ່ນຄວາຍ. ອີງຕາມປະເພນີ ສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວ ຍາມເຊົ້າຄົນ ທັງປວງພາກັນອອກໄປເຮັດບຸນ ຕັກບາດ ຢູ່ວັດ, ໄຫ້ວພະພຸດທະຮູບ, ພະທາດດ້ວຍດອກ ໄມ້ທູບທຽນ ແລະ ກໍນິມົນ ເອົາພະພຸດທະຮູບລົງ ມາຈາກຮ້ານພະ ເພື່ອມາປະດິດສະຖານ ໄວ້ທີ່ໂຮງ ເພື່ອຫົດສົງ ເອີ້ນ ວ່າ “ເອົາພະລົງ”.
ເມື່ອເຖິງເວລາ ຄ່ຳຄືນ ໃນລະຫວ່າງວັນສັງຂານນີ້ ກໍພາກັນ ກໍ່ ພະທາດ ດ້ວຍດິນຊາຍ ເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະເທດສະໜາ, ເຮັດບັງສະກຸນ ເພື່ອເຮັດທານຫາ ຜູ້ທີ່ລ່ວງລັບໄປຕາມ ສັດທາຂອງໃຜ ລາວ ດັ່ງນີ້ເປັນຕົ້ນ. ເມ່ືອເຖິງວັນທີ່ສາມ ຄືວັນສັງຂານຂຶ້ນ ພະພິຂຸສົງ ກໍຈະນິມົນເອົາພະ ພຸດທະຮູບທຸກ ອົງຂຶ້ນຄືນໄວ້ແທ່ນເດີມ ເຊິ່ງເຮົາເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫລື ວັນຂຶ້ນປີໃໝ່ນັ້ນເອງ. ຫລັງຈາກທີ່ ນິມົນພະຂຶ້ນ ແທ່ນຄືນແລ້ວ ພິທີການ ສະເຫລີມສະຫລອງ ປີໃໝ່ລາວ ກໍ ສິ້ນສຸດລົງ.
ແຫລ່ງທີ່ມາຂອງເນື້ອໃນຈາກ ຂປລ
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment